• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ພັດທະນາຢ່າງຮອບດ້ານໃຫ້ແກ່ປະຊາຊົນ, ໃນນັ້ນເອົາໃຈໃສ່ເຖິງ ກິລາລະ​ດັບ​ສູງ

ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຕ້ອງພັດທະນາກິລາຢູ່ຫວຽດນາມຢ່າງຮອບດ້ານ ແລະ ສຸມໃສ່ພັດທະນາບາງ ປະເພດກິລາທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຄື: ບານເຕະ

ທີ່ການຕ້ອນຮັບກັບຄູຝຶກ Park Hang Seo, ການນຳສະຫະພັນກິລາບານເຕະ ຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນຕອນບ່າຍວັນທີ 8/2. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຕ້ອງພັດທະນາກິລາຢູ່ຫວຽດນາມຢ່າງຮອບດ້ານ ແລະ ສຸມໃສ່ພັດທະນາບາງ ປະເພດກິລາທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຄື: ບານເຕະ

 

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບຄູຝຶກ Park Hang Seo

ຕ້ອງພັດທະນາກິລາຢູ່ຫວຽດນາມຢ່າງຮອບດ້ານ ແລະ ສຸມໃສ່ພັດທະນາບາງ ປະເພດກິລາທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຄື: ບານເຕະ. ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ການຕ້ອນຮັບກັບຄູຝຶກ Park Hang Seo, ການນຳສະຫະພັນກິລາບານເຕະ ຫວຽດນາມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນຕອນບ່າຍວັນທີ 8/2.

      ຍ້ອງຍໍຊົມເຊີຍຄູຝຶກ Park Hang Seo ແລະ ບັນດານັກກິລາບານເຕະຊາຍໃນທິມຊາດ ຊຶ່ງໄດ້ເອົາຊະນະ ທີມຈີນ 3 ປະຕູຕໍ່ 1 ໃນການແຂ່ງຂັນເມື່ອວັນທີ 1 ກຸມພາ ແລະ ຄູຝຶກ ມາຍດຶກຈຸງ ພ້ອມດ້ວຍນັກກິລາບານເຕະຍິງຫວຽດນາມຊຶ່ງເປັນຄັ້ງທຳອິດສາມາດເຂົ້າແຂ່ງຂັນໃນງານແຂ່ງຂັນບານເຕະຍິງໂລກ 2023, ທ່ານປະທານປະເທດ ຢືນຢັນວ່າ ການປະກອບສ່ວນ ແລະ ຜົນງານອັນໃຫຍ່ຫຼວງຂອງຄູຝຶກ Park Hang Seo ແລະ ຄູຝຶກ Mai Duc Chung ທີ່ມີຕໍ່ກິລາບານເຕະ ຫວຽດນາມ ໄດ້ຮັບການຮັບຮູ້ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານປະທານປະເທດຫວັງວ່າຄູຝຶກທັງສອງຈະສືບຕໍ່ເອົາໃຈໃສ່, ສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມກະຕືລືລົ້ນເພື່ອພັດທະນາກິລາບານເຕະຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top