• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຮັກສາບົດບາດຫຼັກແຫຼ່ງໃນການພັດທະນາສື່ມວນຊົນຢູ່ ກຳປູເຈຍ

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ ເວົ້າສະເພາະ ແລະ ລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງອື່ນໆຂອງສອງປະເທດເວົ້າລວມໃນຂົງເຂດຖະແຫຼງຂ່າວ...

ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ ເວົ້າສະເພາະ ແລະ ລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງອື່ນໆຂອງສອງປະເທດເວົ້າລວມໃນຂົງເຂດຖະແຫຼງຂ່າວ...

   

ທ່ານຮອງຜູ້ອຳນວຍການໃຫຍ່ ຫວູ້ຫາຍກວາງ ແລະ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith

ຫວຽດນາມ ເວົ້າລວມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເວົ້າສະເພາະ ຍາມໃດກໍ່ຮັກສາບົດບາດສຳຄັນໃນການພັດທະນາສື່ມວນຊົນຢູ່ ກຳປູເຈຍ. ກ່າວຄຳເຫັນທີ່ການເຮັດວຽກໃນວັນທີ 26 ກໍລະກົດ ກັບຄະນະຜູ້ແທນ VOV ນຳໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູ້ຫາຍກວາງ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ Khieu Kanharith ໄດ້ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ຫວຽດນາມ ຜ່ານ VOV ໄດ້ໜູນຊ່ວຍ, ມອບສົ່ງອຸປະກອນດ້ານເຕັກນິກທີ່ທັນສະໄໝ, ບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນຊ່ວຍຍົກສູງກຳລັງຄວາມສາມາດຜະລິດລາຍການ, ເປິດກ້ວາງເຂດຄື້ນກະຈາຍສຽງ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາສະຖານີກະຈາຍສຽງ, ໂທລະພາບຂອງ ກຳປູເຈຍ.  ທ່ານລັດຖະມົນຕີ Khieu Kanharith ໄດ້ເນັ້ນໜັກກ່ຽວກັບບົດບາດສຳຄັນຂອງການສ້າງສະຖານີວິທະຍຸມິດຕະພາບ ຫວຽດນາມ - ກຳປູເຈຍ ແລະ ສະເໜີໃຫ້ບັນດາຝ່າຍຄວນກະຕຸກຊຸກຍູ້ໂຄງການນີ້.

        ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ ໄດ້ເນັ້ນໜັກເຖິງການຮ່ວມມືລະຫວ່າງ VOV ແລະ ກະຊວງຖະແຫຼງຂ່າວ ກຳປູເຈຍ ເວົ້າສະເພາະ ແລະ ລະຫວ່າງບັນດາຫົວໜ່ວຍທີ່ກ່ຽວຂ້ອງອື່ນໆຂອງສອງປະເທດເວົ້າລວມໃນຂົງເຂດຖະແຫຼງຂ່າວ, ສື່ສານໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນລັກສະນະມີປະສິດທິຜົນຢ່າງຈະແຈ້ງໃນການຍູ້ແຮງ ແລະ ເປີດກ້ວາງການໂຄສະນາຂໍ້ມູນຂ່າວສານເຖິງປະຊາຊົນ ກຳປູເຈຍ ທຸກຄົນ, ເພື່ອຜົນປະໂຫຍດລວມຂອງສອງປະເທດ. ທ່ານ ຫວູ້ຫາຍກວາງ ຢັ້ງຢືນວ່າ, ໄລຍະຈະມາເຖິງ, VOV ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງຖະແຫຼງຂ່າວ ກຳປູເຈຍ ກ່ວາ ແລະ ຈະໜູນຊ່ວຍຢ່າງສູງສຸດໃນຄວາມສາມາດຂອງຕົນ.

        ແລະ ເນື່ອງໃນໂອກາດນີ້, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູ້ຫາຍກວາງ  ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top