• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນຄວາມມານະພະຍາຍາມລວມໃນການຮັບມືກັບປ່ຽນແປງຂອງດິນຟ້າອາກາດ

      ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)
      ກອງປະຊຸມໂດຍສະຫະພັນລັດຖະສະພາໂລກ (IPU), ສະຫະປະຊາຊາດ (UN) ແລະ ສະພາແຫ່ງຊາດ ໂອຕາລິດ ສົມທົບກັນຈັດຂຶ້ນໃນລະຫວ່າງວັນທີ 19-20 ສິງຫາ ປີ 2020.
            ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ: ການນຳພາຂອງລັດຖະສະພາ ເພື່ອປະຕິບັດລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກ່ວາອີກ, ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ.
            ກ່າວຄຳເຫັນທີ່ວາລະປຶກສາຫາລື: ຊຸກຍູ້ການກະທຳຂອງລັດຖະສະພາ: ກໍລະນີສຸກເສີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ສະໜັບສະໜູນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຊຸມປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບປ່ຽນແປງຂອງດິນຟ້າອາກາດຜ່ານການປັບປຸງລະບົບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ສົມບູນແບບ; ບູລິມະສິດແຫຼ່ງກຳລັງໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.
            ເພື່ອຊຸກຍູ້ການກະທຳຂອງລັດຖະສະພາໃຫ້ຫຼາຍກ່ວາອີກ ສຳລັບກໍລະນີສຸກເສີນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງ ຫງວຽນທິກິມເງິນ ມີບາງຂໍ້ສະເໜີວ່າ:
            ຊຸກຍູ້ການປະກາດໃຊ້ນະໂຍບາຍປ່ຽນແປງໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດພັດທະນາແບບຍືນຍົງ, ພັດທະນາດ້ານເສດຖະກິດຂຽວ, ເສດຖະກິດໝູນວຽນເພື່ອຫຼຸດຜ່ອນບັນດາຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ດ້ານການເມືອງ, ເສດຖະກິດ, ສັງຄົມ; ພ້ອມທັງປະກາດໃຊ້ບັນດານະໂຍບາຍສັງຄົມ. ລັດຖະສະພາບັນດາປະເທດສືບຕໍ່ຈັດແບ່ງແຫຼ່ງກຳລັງທີ່ໃຫ້ເໝາະສົມ, ເພີ່ມທະວີການ ຕິດຕາມກວດກາ, ຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບປ່ຽນແປງຂອງດິນຟ້າອາກາດ. ສະເໜີໃຫ້ບັນດາອົງການສາກົນ, ບັນດາປະເທດພັດທະນາເພີ່ມທະວີການຊ່ວຍເຫຼືອບັນດາປະເທດພວມພັດທະນາຜັນຂະຫຍາຍບັນດາມາດຕະການຮັບມືກັບປ່ຽນແປງຂອງດິນຟ້າອາກາດ, ເປັນຕົ້ນແມ່ນໃນສະພາບການໂລກລະບາດໂຄວິດ-19ຍັງສືບຕໍ່ຜັນແປຢ່າງຮ້າຍແຮງ.
(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ

Top