• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ

      ຫວຽດນາມ ຍາມໃດກໍປົກປ້ອງສິດຊັບສິນ, ປະຕິຮູບສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຈາກທຸກປະເທດໃນໂລກ ເຂົ້າມາລົງທຶນ ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ເອກອັກຄະລັດຖະທູດ
ສ.ເກົາຫຼີ ປະຈຳ ຫວຽດນາມ
Park No Wan (ພາບ: VGP)
      ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Park No Wan  ແລະ ສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ, ສະມາຄົມ ສ.ເກົາຫຼີ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 2 ເມສາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍປົກປ້ອງສິດຊັບສິນ, ປະຕິຮູບສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຈາກທຸກປະເທດໃນໂລກ ເຂົ້າມາລົງທຶນ ຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ຖືຜົນສຳເລັດຂອງວິສາຫະກິດທີ່ມີແຫຼ່ງເງິນລົງທຶນຈາກຕ່າງປະເທດເວົ້າລວມ, ບັນດາວິສາຫະກິດ ສ.ເກົາຫຼີ ເວົ້າສະເພາະ ແມ່ນຜົນສຳເລັດຂອງຕົນ. ເຖິງວ່າໂລກລະບາດໂຄວິດ - 19 ພວມຄຸກຄາມກໍຕາມ, ແຕ່ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ນັກລົງທຶນ ສ.ເກົາຫຼີ ເຂົ້າມາເຮັດວຽກດຢູ່ຫວຽດນາມ ດ້ວຍລະບຽບການທີ່ສະດວກທີ່ສຸດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພວມປະຕິບັດສຳເລັດເປົ້າໝາຍຄວບຄູ່, ໂດຍສະເພາະແມ່ນຄວບຄຸມໂລກລະບາດໄດ້ຢ່າງສຳເລັດ ແລະ ມຸ່ງໄປເຖິງການສຶກສາຄົ້ນຄວ້າເປີດປະຕູ ເພື່ອເຊື່ອມໂຍງເຂົ້າກັບສາກົນ.
        ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Park No Wan ເນັ້ນໜັກວ່າ, ໃນສະພາບການໂລກລະບາດໂຄວິດ - 19, ສ.ເກົາຫຼີ ຕີລາຄາສູງ ຫວຽດນາມ ທີ່ຄວບຄຸມໂລກລະບາດ ແລະ ປະຕິບັດເປົ້າໝາຍຄວບຄູ່ໄດ້ຢ່າງສຳເລັດ. ປີ 2022, ສອງປະເທດ ຈະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ, ສ.ເກົາຫຼີ ປາດຖະໜາວ່າ ສອງຝ່າຍຈະຈັດຕັ້ງການຢ້ຽມຢາມຂັ້ນສູງ, ຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ລັດຖະບານ ສ.ເກົາຫຼີ ກໍປາດຖະໜາວ່າ ເນື່ອງໃນໂອກາດນີ້ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບາງຂົງເຂດໃໝ່, ນັບທັງການປ້ອງກັນຄວາມສະຫງົບ. 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top