• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊ່ວຍລາວ ສ້າງວາລະສານເອເລັກໂຕນິກ ອາລຸນໃໝ່

ກ່່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານ ເລຫາຍ, ຫົວໜ້າພະແນກເອເລັກໂຕນິກ ວາລະສານກອມມູນິດ, ໃຫ້ຮູ້ວ່າ: ການສ້າງວາລະສານເອເລັກໂຕນິກ ອາລຸນໃໝ່
ພິທີມອບ - ຮັບຈັດຂຶ້ນຢູ່ ວຽງຈັນ. (ພາບ: Phạm Kiên/TTXVN)

ວັນທີ 5 ກໍລະກົດ, ທີ່ສຳນັກງານຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ໄດ້ຈັດພິທີມອບ - ຮັບວັດຖຸອຸປະກອນສ້າງໂຄງການ ວາລະສານເອເລັກໂຕນິກ ອາລຸນໃໝ່, ໂດຍວາລະສານກອມມູນິດ (ຫວຽດນາມ) ແລະ ກຸ່ມບໍລິສັດໂທລະຄົມກອງທັບ Viettel ອຸປະຖຳ. ກ່່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານ ເລຫາຍ, ຫົວໜ້າພະແນກເອເລັກໂຕນິກ ວາລະສານກອມມູນິດ, ໃຫ້ຮູ້ວ່າ: ການສ້າງວາລະສານເອເລັກໂຕນິກ ອາລຸນໃໝ່, ອົງການທິດສະດີການເມືອງຂອງພັກປະຊາຊົນປະຕິວັດລາວ, ບໍ່ພຽງແຕ່ແມ່ນທ່າອ່ຽງທີ່ເໝາະສົມກັບສື່ມວນຊົນທັນສະໄໝເທົ່ານັ້ນ, ຫາກຍັງຊ່ວຍວາລະສານມີຫຼາຍ ພາຫະນະສື່ສານເພື່ອໂຄສະນາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ລາວ ເຖິງມະຫາຊົນເປັນຈຳນວນຫຼວງຫຼາຍກ່ວາອີກ. ວາລະສານກອມມູນິດ ຫວຽດນາມ ຈະແບ່ງປັນບັນດາບົດຮຽນໃຫ້ແກ່ວາລະສານເອເລັກໂຕນິກ ອາລຸນໃໝ່ ແລະ ຈະໜູນຊ່ວຍວາລະສານເຄື່ອນໄຫວໃຫ້ມີປະສິດທິຜົນ; ນີ້ຈະແມ່ນຂີດໝາຍສຳຄັນ, ສ້າງພື້ນຖານເພື່ອໃຫ້ວາລະສານ ອາລຸນໃໝ່ ພັດທະນາຢ່າງແຮງ, ປະຕິບັດບັນດາໜ້າທີ່ເຊິ່ງພັກ ແລະ ລັດ ລາວ ມອບໝາຍໃຫ້ເປັນຢ່າງດີ.

ນະທີ່ນີ້, ທ່ານ ເລຫາຍ ໄດ້ມອບຄອມພິວເຕີ 10 ໜ່ວຍ, ກ້ອງຖ່າຍວີດີໂອ 2 ໜ່ວຍ ແລະ ກ້ອງຖ່າຍຮູບ 2 ໜ່ວຍໃຫ້ທ່ານ ວັນລາຕີ ຄຳວານວົງສາ, ຜູ້ຮັກສາການຫົວໜ້າບັນນາທິການວາລະສານ ອາລຸນໃໝ່ ເພື່ອຊ່ວຍສ້າງວາລະສານເອເລັກໂຕນິກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top