• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ບັນດາຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມທີ່ໄດ້ວາງອອກໃນປີ 2020

      ທີ່ສະຖານທີ່ຖ່າຍທອດສົດຢູ່ ຫວຽດນາມ, ດ້ວຍບົດບາດເປັນອົງການປະທານກອງປະຊຸມ ASCC ຢູ່ ຫວຽດນາມ, ທ່ານ ຫງວຽນບ໊າຮວານ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ໂລກລະບາດໂຄວິດ - 19, ການສືບຕໍ່ບັນດາຄວາມມານະພະຍາຍາມ ຂອງ ອາຊຽນ ເພື່ອແນໃສ່ຮັບປະກັນການຮັກສາສັນຕິພາບ.
ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ (ASCC) ຄັ້ງທີ 25 (ພາບ: dangcongsan.vn
      “ຫວຽດນາມ ໄດ້ ແລະ ພວມຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມທີ່ໄດ້ວາງອອກໃນປີ 2020 ໃຫ້ປະກົດຜົນເປັນຈິງ, ໃນນັ້ນເອົາໃຈໃສ່ເຖິງການເຊື່ອມຕໍ່ກັບບັນດາບຸລະມະສິດ ແລະ ຫົວຂໍ້ຂອງປີ ອາຊຽນ 2021 ເຊິ່ງ ບຣູໄນ ວາງອອກ”. ການຢັ້ງຢື້ນຂອງທ່ານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບ໊າຮວານ ຍົກອອກມາຢູ່ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ (ASCC) ຄັ້ງທີ 25 ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍໂດຍ ບຣູໄນຈັດຂຶ້ນ ໃນວັນທີ 31 ມີນາ ປີ 2021.
            ທີ່ສະຖານທີ່ຖ່າຍທອດສົດຢູ່ ຫວຽດນາມ, ດ້ວຍບົດບາດເປັນອົງການປະທານກອງປະຊຸມ ASCC ຢູ່ ຫວຽດນາມ, ທ່ານ ຫງວຽນບ໊າຮວານ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ໂລກລະບາດໂຄວິດ - 19, ການສືບຕໍ່ບັນດາຄວາມມານະພະຍາຍາມ ຂອງ ອາຊຽນ ເພື່ອແນໃສ່ຮັບປະກັນການຮັກສາສັນຕິພາບ, ສະຖຽນລະພາບດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ແຕ່ລະປະເທດ ແມ່ນ ເປົ້າໝາຍ ເຊິ່ງປະຊາຄົມຕ້ອງມຸ່ງໄປເຖິງ. ຫວຽດນາມ ຫວັງວ່າ: ທັງໝົດ 15 ອົງການວິຊາສະເພາະ ທີ່ກ່ຽວຂ້ອງຂອງ ASCC ອາຊຽນ ຈະເພີ່ມທະວີ ແລະ ສົມທົບກັນຢ່າງມີປະສິດທິຜົນໃນການສ້າງສາ ແລະ ສ້າງບັນດາແຜນການປະຕິບັດງານຂອງຕົນໃນໄລຍະ 2021 – 2025 ໃຫ້ສົມບູນແບບ.
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top