• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືກັບ ລາວ

      ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ທີ່ກອງປະຊຸມປະຈຳການລັດຖະບານໃນຕອນບ່າຍວັນທີ 07 ທັນວາ ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ
            ບັນດາບົດລາຍງານໃຫ້ຮູ້ວ່າ: ໃນ 10 ເດືອນຜ່ານມາ, ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນ ດ້ວຍວົງເງິນການຄ້າ 2 ປະເທດບັນລຸ 940 ລ້ານ USD, ຄາດຄະເນວ່າ ທັງປີ 2019 ຈະບັນລຸ 1,1 – 1,2 ຕື້ USD. ຕົວເລກດັ່ງກ່າວເພີ່ມຂຶ້ນ 12,6%, ລື່ນກາຍຄາດໝາຍເຊິ່ງ 2 ລັດຖະບານໄດ້ວາງອອກແມ່ນ 1 ຕື້ USD ແລະ ເພີ່ມຂຶ້ນ 10%/ປີ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: vgp)
      ບັນດາໂຄງການລົງທຶນດີເດັ່ນຂອງ ຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າຢູ່ ລາວ. ຕົ້ນປີ 2019, ຫວຽດນາມ ໄດ້ອຸປະຖຳແນວພັນເຂົ້າ 300 ໂຕນໃຫ້ແກ່ ລາວ ເພື່ອໜູນຊ່ວຍປະຊາຊົນຟື້ນຟູການຜະລິດພາຍຫລັງຖືກໄພພິບັດທຳມະຊາດ. ຫວຽດນາມ ກໍ່ໄດ້ສະໜອງທຶນການສຶກສາກ່ວາ 1000 ທຶນໃຫ້ແກ່ນັກຮຽນ ລາວ ໄປຮ່ຳຮຽນຢູ່ ຫວຽດນາມ.
        ບົນຈິດໃຈການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ຄືດັ່ງຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ສັ່ງສອນ “ຊ່ວຍປະຊາຊົນປະເທດເພື່ອນ (ລາວ) ແມ່ນຊ່ວຍຕົນເອງ”, ນາຍົກລັດຖະມົນຕີ ແລະ ຄະນະປະຈຳການລັດຖະບານ ຈະສືບຕໍ່ມີບັນດາການຊີ້ນຳ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ກະກຽມໃຫ້ວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໂດຍນາຍົກລັດຖະມົນຕີ 2 ປະເທດເປັນປະທານໃນໄຕມາດ 1 ປີ 2020.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top