• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະຮັກສາລະດັບການເຕີບໂຕໃນປີ 2020

      ທີ່ກອງປະຊຸມ ລື່ນກາຍສະພາບການປົກກະຕິໃໝ່ - ຫວຽດນາມ ຮັກສາລະດັບການເຕີບໂຕໃນປີ 2020” ໂດຍມະຫາວິທະຍາໄລທະນາຄານ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 6 ມັງກອນ, ບັນດານັກຊ່ຽວຊານ ດ້ານເສດຖະກິດຖືວ່າ: ປີ 2020, ການຜັນແປ ປົກກະຕິໃໝ່ຂອງພື້ນຖານເສດຖະກິດທົ່ວໂລກຈະສ້າງເງື່ອນໄຂສະດວກໃຫ້ແກ່ເສດຖະກິດ ຫວຽດນາມ.

ປ.ອ ຫວໍຈີແທັງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຄຸ້ມຄອງເສດຖະກິດ ສູນກາງ
(ພາບ: Cafef.vn)
      ເຖິງຢ່າງໃດກໍ່ຕາມ, ໃນປີ 2020 ຫວຽດນາມຈະຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ດ້ວຍອັດຕາເງິນເຟິ້ອາດຈະມີຄວາມສ່ຽງເພີ່ມຂຶ້ນ. ເພາະສະນັ້ນ, ຢາກຮັກສາການເຕີບໂຕຢູ່ລະດັບສູງແມ່ນ ຫວຽດນາມຕ້ອງເພີ່ມທະວີຄວາມສາມາດຮັບມືຂອງ ພື້ນຖານເສດຖະກິດ, ການຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ປະຕິບັດສ້າງພື້ນຖານໂຄງລ່າງໃຫ້ສົມບູນແບບ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອໃຫ້ ວິສາຫະກິດເສີມຂະຫຍາຍໄດ້ຄວາມຄິດປະດິດສ້າງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ດັດປັບລະບອບລະບຽບການ, ນະໂຍບາຍສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ການເຕີບໂຕ. ທ່ານ ປ.ອ ຫວໍຈີແທັງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຄຸ້ມຄອງເສດຖະກິດ ສູນກາງໃຫ້ຮູ້ວ່າ:
            ພວກເຮົາຕ້ອງຕິດພັນກັບທ່າອ່ຽງ ສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາຄື ເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ເຕັກໂນໂລຢີ ແລະ ອຸດສາຫະກຳ 4.0. ພ້ອມທັງຮັບປະກັນບັນດາມາດຕະຖານສູງສຸດທີ່ ເໝາະສົມກັບພື້ນຖານອຸດສາຫະກຳໃນປັດຈຸບັນແມ່ນ ຂຽວ, ສະອາດ, ມີຄວາມເປັນພິເສດ, ເປັນສັນຍະລັກ, ວັດທະນະທຳມະນຸດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top