• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະຕັ້ງໜ້າປະກອບສ່ວນໃຫ້ກອງປະຊຸມສຸດຍອດ ອົງການ ຝລັ່ງ ໂກໂພນີ ຄັ້ງທີ 19

ກ່າວຄຳເຫັນທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ອົງການ ຝລັ່ງ ໂກໂພນີ ແລະ ທ່ານນາງເລຂາທິການໃຫຍ່ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຫຼາຍພາສາຢູ່ ສປຊ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ:Hoài Thanh/TTXVN)

ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາກັບ ທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂພນີ.

ກອງປະຊຸມນີ້ໂດຍກຸ່ມເອກອັກຄະລັດຖະທູດ ບັນດາປະເທດໃຊ້ພາສາ ຝລັ່ງ ຈັດຂຶ້ນຢູ່ ສຳນັກງານ ສປຊ ຢູ່ນະຄອນຫຼວງ ນິວຢອກ (ປະເທດ ອາເມລິກາ) ເນື່ອງໃນໂອກາດທ່ານນາງ Louise Mushikiwabo ເຂົ້າຮ່ວມກອງປະຊຸມປະຈຳປີຂອງຄະນກຳມະການກ່ຽວກັບຖານະບົດບາດຂອງແມ່ຍິງ ຂອງ ສປຊ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສາກົນ ຝລັ່ງ ໂກໂພນີ 20 ມີນາ ປະຈຳປີ.

ກ່າວຄຳເຫັນທີ່ການສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ອົງການ ຝລັ່ງ ໂກໂພນີ ແລະ ທ່ານນາງເລຂາທິການໃຫຍ່ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຫຼາຍພາສາຢູ່ ສປຊ; ສະໜັບສະໜູນເລື່ອງ ບັນດາປະເທດ ໃຊ້ພາສາ ຝລັ່ງ ແບ່ງປັນ ແລະ ສົມທົບກັນເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການກະກຽມໃຫ້ແກ່ກອງປະຊຸມສຸດຍອດອະນາຄົດ ແລະ ຂໍ້ຕົກລົງທົ່ວໂລກ ກໍ່ຄືບັນດາວິວັດການປຶກສາຫາລືອື່ນຢູ່ ສປຊ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກອງປະຊຸມສຸດຍອດ ອົງການ ຝລັ່ງ ໂກໂພນີ ຄັ້ງທີ 19 ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top