• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກະຕຸກຊຸກຍູ້ ອິນ​ເດຍ ຍົກ​ເລີກ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຕົວ ​ແລະ ຈໍາ​ກັດ​ການ​​ແລກປ່ຽນການ​ຄ້າ

ຫວຽດນາມ ພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດນໍາເຂົ້າ - ສົ່ງອອກຂອງ ຫວຽດນາມ ແລະ ອິນເດຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ພິເສດແມ່ນໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດໂຄວິດ - 19, ພ້ອມທັງປາດຖະໜາວ່າ ອິນເດຍ ຈະຫຼີກລ້ຽງການໝູນໃຊ້ບັນດາມາດຕະການປ້ອງກັນຕົວ ແລະ ຈໍາກັດການແລກປ່ຽນການຄ້າ ສໍາລັບບັນດາຜະລິດຕະພັນຂອງຫວຽດນາມ. 

ກອງປະຊຸມສົ່ງເສີມການລົງທຶນ - ການຄ້າ ລະຫວ່າງ ຫວຽດນາມ - ອິນເດຍ (ພາບ: TTXVN)

 ນີ້ແມ່ນຄໍາກ່າວປາໄສຂອງທ່ານ ໂດ໊ກວັກຮຶງ, ຮອງຫົວໜ້າກົມການຕະຫຼາດ ອາຊີ - ອາຟະລິກາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຢູ່ທີ່ກອງປະຊຸມອອນລາຍ ສົ່ງເສີມການຄ້າ ແລະ ການລົງທຶນ ດ້ວຍຫົວຂໍ້ “ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນເດຍ ໃນສະພາບການ ປົກກະຕິໃໝ່” ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມິຖຸນາ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂດ໊ກວັກຮຶງ ເນັ້ນໜັກວ່າ ຫວຽດນາມ ພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດນໍາເຂົ້າ - ສົ່ງອອກ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງປີ 2020. ດັ່ງນັ້ນ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາຫຼຸດຜ່ອນບັນດາຮົ້ວກີດຂວາງໃນການແລກປ່ຽນການຄ້າ ເພື່ອຫຼີກລ້ຽງໃຫ້ມີຜົນກະທົບຫຍໍ້ທໍ້ເຖິງບັນດາການເຄື່ອນໄຫວການຄ້າ ແລະ ດໍາເນີນທຸລະກິດໃນທຸກຂະແໜງການ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານ ໂດ໊ກວັກຮຶງ ໄດ້ກະຕຸກຊຸກຍູ້ຝ່າຍ ອິນເດຍ ບໍ່ໝູນໃຊ້ບັນດາມາດຕະການປ້ອງກັນຕົວທາງການຄ້າ ສໍາລັບບັນດາຜະລິດຕະພັນຂອງຫວຽດນາມ ຄື ເຫຼັກເຄືອບສັງກະສີ, ທໍ່ທອງ ແລະ ເຫຼັກກັນມ້ຽງ, .... ກໍຄື ພິຈາລະນາຍົກເລີກບັນດາມາດຕະການຈໍາກັດດ້ານການຄ້າ ຄື ຈັດວາງລະດັບລາຄາຕໍ່າສຸດສໍາລັບໝາກມ່ວງຫິມະພານ ແລະ ໝາກພິກໄທ, ຮຽກຮ້ອງໃບອະນຸຍາດນໍາເຂົ້າສໍາລັບບັນດາຜະລິດຕະພັນຄື ທູບ.

        ກໍທີ່ກອງປະຊຸມ, ນັກບັນລະຍາຍ ແລະ ແຂກຖືກເຊີນ ຍັງໄດ້ປຶກສາຫາລືກ່ຽວກັບສະພາບການປົກກະຕິໃໝ່ພາຍຫຼັງໂລກລະບາດ; ບັນດາມາດຕະການຮັບປະກັນລັກສະນະຕໍ່ເນື່ອງ ແລະ ຊຸກຍູ້ການພົວພັນທາງການຄ້າລະຫວ່າງຫວຽດນາມ ແລະ ອິນເດຍ ຕື່ມອີກ; ບັນດາຂົງເຂດ, ຂະແໜງອາຊີບຈຸດສຸມ ແລະ ບັນດາກາລະໂອກາດຮ່ວມມື, ດໍາເນີນທຸລະກິດລະຫວ່າງວິສາຫະກິດສອງປະເທດໃນໄລຍະຈະມາເຖິງ. 

(ແຫຼ່ງຄັດຈາກ VOV)

ເຫດໄຟໄໝ້ຢູ່ ອາເມລິກາ: ກຳລັງດັບເພີງແຂ່ງກັບເວລາເພື່ອສະກັດກັ້ນໄຟໄໝ້ແຜ່ລາມກວ້າງອອກ

ເຫດໄຟໄໝ້ຢູ່ ອາເມລິກາ: ກຳລັງດັບເພີງແຂ່ງກັບເວລາເພື່ອສະກັດກັ້ນໄຟໄໝ້ແຜ່ລາມກວ້າງອອກ

ເຖິງວ່າກຳລັງທີ່ມີໜ້າທີ່ໄດ້ຄວບຄຸມໄດ້ 11% ເນື້ອທີ່ຂອງ Palisades ກໍຕາມ, ແຕ່ໄຟໄໝ້ນີ້ໄດ້ເຜົາໄປກວ່າ 8.900 ເຮັກຕາ.

Top