• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ​-ລາວ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ພ້ອມກັນ​ໄ​ຊ​ຊະ​ນະ​ໂລກ​ລະ​ບາດ ແລະ ສ້າງ​ຊີ​ວິດ ປ​ຊ​ຊ ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ​ໂດ​ຍ​ໄວ

ພັກ, ລັດ ແລະ ປຊຊ ຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ ແລະ ຊ່ວຍເຫຼືອ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ.
ຫວຽດນາມ ສົ່ງອຸປະກອນການແພດຊ່ວຍລາວ (ພາບ: dangcongsan.vn)

  ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ສົ່ງຈົດໝາຍຂອບອົກຂອບໃຈ ມາຍັງທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຝຸກ ທີ່ມີໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບສະພາບໂລກລະບາດໂຄວິດ 19 ຢູ່ລາວ, ເນື້ອໃນຈົດໝາຍມີຕອນຂຽນວ່າ: ພັກ, ລັດ ແລະ ປຊຊ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຕື້ນຕັນໃຈທີ່ສຸດ ເມື່ອເຫັນວ່າ, ເຖິງວ່າກໍ່ພວມປະສົບກັບຄວາມຫຍຸ້ງຍາກ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ກໍ່ຕາມ, ແຕ່ພັກ, ລັດ ແລະ ປຊຊ ຫວຽດນາມ ຍາມໃດກໍ່ໄດ້ເອົາໃຈໃສ່ ແລະ ຊ່ວຍເຫຼືອ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ. ການຊ່ວຍເຫຼືອທີ່ມີຄ່າ, ທັນການ ແລະ ມີປະສິດທິຜົນຂອງຫວຽດນາມ ກ່ຽວກັບດ້ານຊັບພະຍາກອນມະນຸດ, ເຄື່ອງອຸປະກອນການແພດ ແລະ ຢຸກຢາປິ່ນປົວ ດ້ວຍປະລິມານຫຼວງຫຼາຍ ໄດ້ປະກອບສ່ວນສຳຄັນຊ່ວຍລາວ ໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂໄດ້ການແຜ່ລະບາດຂອງໂລກລະບາດໂຄວິດ 19.

  ສະພາບໂລກລະບາດໂຄວິດ 19 ສືບຕໍ່ແຜ່ລະບາດ ແລະ ກໍ່ຄວາມອັນຕະລາຍໃຫ້ຫຼາຍປະເທດໃນໂລກ, ລາວ ຈະສືບຕໍ່ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນກ່ວາອີກ ເພື່ອພ້ອມກັນໄດ້ຮັບໄຊຊະນະໂລກລະບາດ ແລະ ສ້າງຊີວິດ ປຊຊ ສອງປະເທດເປັນປົກກະຕິໂດຍໄວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top