• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໄດ້ຮັບສະເໜີເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

ບັນດາປະເທດໃນກຸ່ມ ອາຊີ-ປາຊີຟິກໄດ້ເຫັນດີສະເໜີເປັນປະເທດສະໝັກຮັບເລືອກຕັ້ງພຽງປະເທດດຽວຂອງກຸ່ມ ເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ

ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ປ.ຊ,
ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ
ວັນທີ 25 ພຶດສະພາ, ທີ່ກອງປະຊຸມປະຈຳເດືອນຂອງກຸ່ມບັນດາປະເທດອາຊີ-ປາຊີຟິກຢູ່ອົງການ ສ.ປ.ຊ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ແອນຊາຍອາ , ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຊາມ໋ວາປະຈຳ ສ.ປ.ຊ, ປະທານກຸ່ມໃນເດືອນພຶດສະພາ, ບັນດາປະເທດໃນກຸ່ມ ອາຊີ-ປາຊີຟິກໄດ້ເຫັນດີສະເໜີເປັນປະເທດສະໝັກຮັບເລືອກຕັ້ງພຽງປະເທດດຽວຂອງກຸ່ມ ເຂົ້າດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ທີ່ສະຫງວນໃຫ້ກຸ່ມອາຍຸການ 2020-2021 ທີ່ການເລືອກຕັ້ງໂດຍສະມັດຊາໃຫຍ່ ສ.ປ.ຊ ດຳເນີນໃນເດືອນມິຖຸນາປີ 2019, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ປ.ຊ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ໄດ້ຢືນຢັນວ່າ : ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມໄວ້ເນື້ອເຊື່ອໃຈຊຶ່ງເພື່ອນມິດສາກົນໄດ້ສະຫງວນໃຫ້ແກ່ຫວຽດນາມ ແລະ ຫວັງວ່າ ບັນດາປະເທດຈະສືບຕໍ່ສະໜັບສະຫນູນຫວຽດນາມ.
(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top