• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະກຳປູເຈຍເພີ່ມທະວີການຊອກຫາ,ທ້ອນໂຮມແລະສົ່ງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມກັບເມືອປະເທດ

      ວັນທີ 28 ມິຖຸນາ, ຢູ່ແຂວງ Kandal, ແຫ່ງລາຊະອານາຈັກກຳປູເຈຍ, ກອງທັບແຫ່ງຊາດກຳປູເຈຍ, ອຳນາດການປົກຄອງແຂວງ Kandal ແລະ ທະຫານເຂດ 9 - ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີລົງນາມ, ມອບ - ຮັບອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ ກັບເມືອປະເທດຄັ້ງທີ 17, ລະດູແລ້ງ 2017 – 2018.

ຫວຽດນາມແລະກຳປູເຈຍເພີ່ມທະວີການຊອກຫາ,ທ້ອນໂຮມແລະສົ່ງອັດຖິທະຫານອາສາສະໝັກແລະ
ນັກຊ່ຽວຊານຫວຽດນາມກັບເມືອປະເທດ
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານ Ney Charay, ຮອງເຈົ້າແຂວງໆ Kandal ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອກູ້ຊ່ວຍປະຊາຊົນ ແລະ ປະເທດກຳປູເຈຍ ຫຼຸດພົ້ນອອກຈາກວິນາດຕະກຳດັບສູນເຊື້ອຊາດ, ຟື້ນຟູ ແລະ ພັດທະນາຄືໃນທຸກວັນນີ້. ອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປະກອບອາວຸດແຂວງ Kandal ເວົ້າສະເພາະ ແລະ ກຳປູເຈຍ ເວົ້າລວມ ຈະສືບຕໍ່ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນໃນວຽກງານສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ.
      ສ່ວນພົນຈັດຕະວາ ຫງວຽນວັນເຫງ້ຍ ໄດ້ຕີລາຄາສູງຈິດໃຈຮັບຜິດຊອບ, ການຊ່ວຍເຫຼືອອັນສຸດຈິດສຸດໃຈຂອງອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ Kandal ເວົ້າສະເພາະ ແລະ ກຳປູເຈຍ ເວົ້າລວມ ໄດ້ຕັ້ງໜ້າໜູນຊ່ວຍບັນດາກອງຮັບຜິດຊອບສະເພາະຂອງກອງທັບເຂດ 9 ແລະ ປະຊາຊົນຫວຽດນາມ ໃນການຊອກຫາ, ທ້ອນໂຮມອັດຖິທະຫານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍໃຫ້ຫຼາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top