• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເພີ່ມທະວີການຮ່ວມມືກັບ Angola ແລະ Namibia

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ Angola ໃນລະຫວ່າງວັນທີ 18 – 20 ພຶດສະພາ. ທີ່ບັນດາການເຮັດວຽກ, ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ Angola ປາດຖະໜາວ່າ


ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູຮົ່ງນາມ

ເຮັດວຽກກັບບັນດາອົງການທີ່ມີໜ້າຮັບຜິດຊອບທີ່ຂອງ Namibia 

(ພາບ: baoquocte)

ຈະມອບໃຫ້ຝ່າຍຫວຽດນາມ ບັນຊີລາຍຊື່ບັນດາໂຄງການຮຽກຮ້ອງການລົງທຶນໂດຍໄວ ແລະ ປາດຖະໜາຢາກຮັບບັນດາວິສາຫະກິດຫວຽດນາມ ມາຊອກຫາກາລະໂອກາດດຳເນີນທຸລະກິດໃໝ່ໃນຂົງເຂດໂທລະຄົມມະນາຄົມ, ນ້ຳມັນອາຍແກັດ, ພິເສດແມ່ນງານຕະຫຼາດນັດ Angotic ກ່ຽວກັບເຕັກໂລໂນຊີໂທລະຄົມມະນາຄົມ ເຊິ່ງຈະໄດ້ຮັບການຈັດຕັ້ງໃນເດືອນມິຖຸນາ ຈະມາເຖິງ; ພິເສດ, ການນຳ Angola ໄດ້ມອບໜ້າທີ່ໃຫ້ທ່ານເອກອັກຄະລັດຖະທູດ Angola ປະຈຳຮ່າໂນ້ຍ ຍື່ນສະເໜີຂໍ້ສະເໜີແນະກ່ຽວກັບບັນດາປະເພດສິນຄ້າເຊິ່ງ 2 ປະເທດອາດສາມາດແລກປ່ຽນໂດຍໄວ ເພື່ອຍົກວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ສູງຂຶ້ນ.

      ກ່ອນໜ້ານັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ໄດ້ມີການຢ້ຽມຢາມປະເທດສ. Namibia (ໃນລະຫວ່າງວັນທີ 15 – 17 ພຶດສະພາ). ທີ່ບັນດາການເຮັດວຽກກັບບັນດາອົງການທີ່ມີໜ້າຮັບຜິດຊອບທີ່ຂອງ Namibia, 2 ຝ່າຍໄດ້ເຫັນດີຄວນຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງເຊື່ອມຕໍ່ການຮ່ວມມືລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳຂອງ 2 ປະເທດ ເພື່ອຈັດຕັ້ງບັນດາຄະນະວິສາຫະກິດມາຊອກຮູ້ກາລະໂອກາດດ້ານການຄ້າ, ການລົງທຶນໃນຕະຫຼາດຂອງກັນໂດຍໄວ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top