• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33

      ວັນທີ 13 ມິຖຸນາ, ເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33 ໄດ້ຖືກໄຂຂຶ້ນຢູ່ໂຕກຽວປະເທດຍີປຸ່ນ. ນີ້ແມ່ນການສົນທະນາປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດອາຊຽນໃນຂອບເຂດການສົນທະນາ ອາຊຽນ-ຍີປຸ່ນ ເພື່ອແນໃສ່ສຳຫຼວດກວດຄືນ ແລະ ປຶກສາຫາລືບັນດາມາດຕະການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ-ຍີປຸ່ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ເວທີປາໄສ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງຍີປຸ່ນທີ່ມີຕໍ່ພາກພື້ນ, ຊົມເຊີຍຍີປຸ່ນໝັ້ນໝາຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຊ່ວຍໜູນອາຊຽນໃນການກໍ່ສ້າງປະຊາຄົມ, ພັດທະນາອະນຸເຂດ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ ແລະ ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ. ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຊົມເຊີຍບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນມໍ່ໆມານີ້ຢູ່ແຫຼມເກົາຫຼີ, ພິເສດ ແມ່ນຊົມເຊີຍໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ສປປເກົາຫຼີ ທີ່ຜ່ານມາ, ພ້ອມທັງຢືນຢັນສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ການສ້າງແຫຼມເກົາຫຼີປອດນິວເຄຼຍ. 
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top