• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມການເຈລະຈາອາຊຽນ-ສ.ເກົາຫຼີ ຄັ້ງທີ 22

ໃນລະຫວ່າງວັນທີ 20 – 21 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການເຈລະຈາອາຊຽນ - ສ.ເກົາຫຼີ ຄັ້ງທີ 22.


ຫວຽດນາມເຂົ້າຮ່ວມການເຈລະຈາອາຊຽນ-ສ.ເກົາຫຼີ ຄັ້ງທີ 22

(ພາບ: baocongthuong.com.vn)

ການເຈລະຈາຄັ້ງມີໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງ (SOM) ກຳປູເຈຍ Kan Pharidh ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ສ.ເກົາຫຼີ Yoon Soon yu ເປັນປະທານຮ່ວມ.

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ ໄດ້ຊົມເຊີຍນະໂຍບາຍທາງທິດໃຕ້ໃໝ່ຂອງສ.ເກົາຫຼີ ແລະ ເນັ້ນໜັກວ່າ ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃກ້ຊິດ ແລະ ສຳຄັນແຖວໜ້າຂອງອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ຢືນຢັນວ່າ, ຫວຽດນາມ ຈະຕັ້ງໜ້າພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງໃນໄລຍະໃໝ່. ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ໄດ້ຕາງໜ້າອາຊຽນ ກ່າວຄຳເຫັນກ່ຽວກັບໂຄງສ້າງການຮ່ວມມືຢູ່ພາກພື້ນ, ແບ່ງປັນກ່ຽວກັບບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນທີ່ພົ້ນເດັ່ນຂຶ້ນໃນໄລຍະຜ່ານມາ, ປາດຖະໜາວ່າ, ສ.ເກົາຫຼີ ພ້ອມກັບອາຊຽນ ຕັ້ງໜ້າສົມທົບກັນ ແລະ ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ, ສ້າງໂຄງປະກອບພາກພື້ນເປີດກວ້າງ, ໂດຍອີງໃສ່ກົດໝາຍຢູ່ອາຊີ - ປາຊີຟິກ.

(ແຫຼ່ງຄັດຈາກ VOV)


ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top