ຂ່າວສານ
ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ+3, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊີຕາເວັນອອກຢູ່ປະເທດໄທ

ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ
(ພາບ: TTXVN )
ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸ້ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກອາຊຽນ+3 ແລະ EAS ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ຮ່ວມມື, ສ້າງໂຄງສ້າງພາກພື້ນເປີດກ້ວາງ, ຈະແຈ້ງ, ກວມລວມ ແລະ ອີງຕາມຂໍ້ກຳນົດກົດລະບຽບ, ປະກອບສວ່ນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຮ່ວມມື, ພັດທະນາໃນພາກພື້ນ. ທ່ານຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມການຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່ໃນຂອບເຂດ EAS. ທ່ານຍັງໄດ້ແບ່ງປັນທັດສະນະຂອງປະເທດຕ່າງໆຢູ່ກອງປະຊຸມກ່ຽວກັບສະພາບການທະເລຕາເວັນອອກ, ແຫຼມເກົາຫຼີ, ລັດ Rakhine, ມຽນມາ. ຢືນຢັນຄືນໃໝ່ຫຼັກໝັ້ນ ແລະ ຫຼັກການຂອງອາຊຽນກ່ຽວກັບ ທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ຈະພ້ອມກັບບັນດາປະເທດອາຊຽນ, ຈີນ ຈະມານະພະຍາຍາມສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ປະສິດທິພາບ.
ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີຫງວຽນກວັກຢຸ້ງ ໄດ້ມີການພົບປະສອງຝ່າຍກັບຜູ້ຕາງໜ້າບັນດາປະເທດອິນເດຍ, ສ ເກົາຫຼີ, ອົດສະຕາລີ, ນີວຊີແລນ, ການາດາ, ອາເມລິກາ ແລະ ສະຫະພາບເອີລົບ (EU).
(ແຫຼ່ງຄັດຈາກ VOV)