• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນຄັ້ງທີ 13

      ເລື່ອງເຂົ້າຮ່ວມ ADMM ຄັ້ງທີ 13 ຂອງຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນບັນດາຂົງເຂດຮ່ວມມືຂອບເຂດ ADMM
ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ປຣະວິດ ວົງສຸວັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ, ຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ, ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 13 ເຊິ່ງໄດ້ດຳເນີນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 09 – 12 ກໍລະກົດ.
        ເລື່ອງເຂົ້າຮ່ວມ ADMM ຄັ້ງທີ 13 ຂອງຄະນະຜູ້ແທນດ້ານການທະຫານຂັ້ນສູງຫວຽດນາມ ຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນບັນດາຂົງເຂດຮ່ວມມືຂອບເຂດ ADMM; ສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີມຂອງຫວຽດນາມ ໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດອາຊຽນ; ພ້ອມທັງຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ສຳລັບພາກພື້ນ ແລະ ໂລກ ຜ່ານການເຄືອຍໄຫວຢູ່ບັນດາເວທີປາໄວຫຼາຍຝ່າຍ; ຊຸກຍູ້ຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.
 (ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top