• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 17

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ - ຈີນ ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 17 ເຊິ່ງດຳເນີນໃນລະຫວ່າງວັນທີ 17 – 18 ພຶດສະພາ, ຢູ່ ຫາງໂຈວ, ປະເທດຈີນ.

(ຜູ້ແທນເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 17)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ຮັບຮູ້ບາດກ້າວທີ່ບັນລຸໄດ້ກ່ຽວກັບການປະຕິບັດ DOC ແລະ ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ນອກນັ້ນ, ທ່ານຮອງລັດຖະມົນຕີຍັງໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາຄວາມສັບສົນຢູ່ທະເລຕາເວັນອອກ ເຊິ່ງເຄີຍເປັນສາຍເຫດຈາກການແກ້ງແຍ່ງຍຸດທະສາດກັບບັນດາປະເທດໃຫຍ່, ບັນດາການກະທຳພຽງລຳພັງຝ່າຍດຽວທີ່ຜິດຕໍ່ກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໂດຍສະເພາະແມ່ນບັນດາການເຄື່ອນໄຫວຫັນເປັນການທະຫານ, ເຮັດໃຫ້ຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ກີດຂວາງການຮັກສາສັນຕິພາບ, ສະຖຽນລະພາບ, ສົ່ງຜົນສະທ້ອນເຖິງການເຈລະຈາ COC. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ກໍ່ເນັ້ນໜັກວ່າ, ທະເລຕາເວັນອອກ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອື່ນຄື: ການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU Fishing), ບັນຫາມົນລະພິດສິ່ງແວດລ້ອມທະເລ… ຕໍ່ໜ້າສະພາບການດັ່ງກ່າວ, ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດຍົກສູງຈິດໃຈຄວາມຮັບຜິດຊອບ, ມານະພະຍາຍາມຮ່ວມແຮງຮ່ວມໃຈປະຕິບັດ DOC ຢ່າງຄົບຖ້ວນ, ລະງັບໃຈ ແລະ ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ຫັນເປັນການທະຫານ ແລະ ຍູ້ແຮງການຮ່ວມມືແກ້ໄຂບັນດາສິ່ງທ້າທາຍທີ່ພວມວາງອອກ. ຕາມນັ້ນແລ້ວ, ຫວຽດນາມ ຈະຈັດກອງປະຊຸມສຳມະນາໃນຂອບເຂດ DOC ກ່ຽວກັບການປະພຶດຍຸຕິທຳ, ມະນຸດສະທຳຕໍ່ຊາວປະມົງ.

        ກ່ຽວກັບ COC, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ, ນີ້ແມ່ນບັນຫາສຳຄັນຄວນໄດ້ຮັບຄວາມເອົາໃຈໃສ່ຢ່າງກວ້າງຂວາງ, ສະເໜີໃຫ້ອາຊຽນ ແລະ ຈີນ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ປະມວນຂໍ້ກຳນົດກົດລະບຽບທີ່ມີຜົນສັກສິດ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ. ປະກອບເຂົ້າວິວັດທະນາການນີ້, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມຂັ້ນສູງອາຊຽນ - ຈີນ ກ່ຽວກັບການປະຕິບັດ DOC ຄັ້ງທີ 18, ເຊິ່ງຈະດຳເນີນຢູ່ຫວຽດນາມ ໃນເຄິ່ງທ້າຍປີ 2019.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top