• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮ່ວມຈັດຕັ້ງການປຶກສາຫາລື ແລະ ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ານອາວຸດ

      ໃນຂອບເຂດສັບປະດາຂອງ ສປຊ ກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນດ້ານອາວຸດ ປີ 2020 (27 ພຶດສະພາ - 1 ມິຖຸນາ 2020), ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.

ກອງປະຊຸມຢູ່ສະພາຄວາມໝັ້ນຄົງ ສປຊ(ພາບ: TTXVN)  
      ຜ່ານການປຶກສາຫາລື, ມີຄຳເຫັນຫຼາຍຂອງຂອງບັນດາຜູ້ແທນໄດ້ແບ່ງປັນວ່າ ຄວນຊຸກຍູ້ການປຶກສາຫາລືຢູ່ບັນດາກົນໄກຂອງສະພາຄວາມໝັ້ນຄົງ ສປຊ ແລະ ອົງການສປຊກ່ຽວກັບບັນດາປົກປັກຮັກສາສິ່ງແວດລ້ອມໃນການປະທະກັນ ຍ້ອນມີ່ການພົວພັນຢ່າງແໜ້ນແຟ້ນລະຫວ່າງການປົກປັກຮັກສາສິ່ງແວດລ້ອມ, ປົກປ້ອງສາມັນຊົນ ແລະເປົ້າໝາຍພັດທະນາ. ບັນດາຜູ້ແທນກໍ່ຖືວ່າ ໂລກລະບາດ Covid – 19 ໄດ້ກໍ່ຜົນກະທົບຕໍ່ດ້ານສາທາລະນະສຸກ, ສຸຂະພາບ, ເຮັດໃຫ້ແຫຼ່ງກຳລັງຂອງປະເທດອ່ອນແອລົງໃນການຮັບມືກັບບັນດາບັນຫາສິ່ງແວດລ້ອມ       
        ກ່າວຄຳເຫັນອັດການປຶກສາຫາລື, ທ່ານດັ້ງດິ່ງກຸ໊ຍ ເອກອັກຄັດລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ມີການປະທະກັນຕ້ອງມີຄວາມຮັບຜິດຊອບໃນການປະຕິບັດຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍມະນຸດສະທຳ. ໃນໄລຍພາຍຫຼັງ ໂລກລະບາດ, ບັນດາປະເທດຄວນສະຫງວນຄວາມເອົາໃຈໃສ່ເຖິງການຟື້ນຟູສິ່ງແວດລ້ອມທີ່ຖືກທຳລາຍ, ຜ່ານນັ້ນຊ່ວຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ, ຮັກສາສັນຕິພາບແບບຍື່ນຍົງ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top