ຂ່າວສານ

ຫວຽດນາມຮ່ວມຈັດຕັ້ງການປຶກສາຫາລື ແລະ ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ານອາວຸດ

      ໃນຂອບເຂດສັບປະດາຂອງ ສປຊ ກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນດ້ານອາວຸດ ປີ 2020 (27 ພຶດສະພາ - 1 ມິຖຸນາ 2020), ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.

ກອງປະຊຸມຢູ່ສະພາຄວາມໝັ້ນຄົງ ສປຊ(ພາບ: TTXVN)  
      ຜ່ານການປຶກສາຫາລື, ມີຄຳເຫັນຫຼາຍຂອງຂອງບັນດາຜູ້ແທນໄດ້ແບ່ງປັນວ່າ ຄວນຊຸກຍູ້ການປຶກສາຫາລືຢູ່ບັນດາກົນໄກຂອງສະພາຄວາມໝັ້ນຄົງ ສປຊ ແລະ ອົງການສປຊກ່ຽວກັບບັນດາປົກປັກຮັກສາສິ່ງແວດລ້ອມໃນການປະທະກັນ ຍ້ອນມີ່ການພົວພັນຢ່າງແໜ້ນແຟ້ນລະຫວ່າງການປົກປັກຮັກສາສິ່ງແວດລ້ອມ, ປົກປ້ອງສາມັນຊົນ ແລະເປົ້າໝາຍພັດທະນາ. ບັນດາຜູ້ແທນກໍ່ຖືວ່າ ໂລກລະບາດ Covid – 19 ໄດ້ກໍ່ຜົນກະທົບຕໍ່ດ້ານສາທາລະນະສຸກ, ສຸຂະພາບ, ເຮັດໃຫ້ແຫຼ່ງກຳລັງຂອງປະເທດອ່ອນແອລົງໃນການຮັບມືກັບບັນດາບັນຫາສິ່ງແວດລ້ອມ       
        ກ່າວຄຳເຫັນອັດການປຶກສາຫາລື, ທ່ານດັ້ງດິ່ງກຸ໊ຍ ເອກອັກຄັດລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ມີການປະທະກັນຕ້ອງມີຄວາມຮັບຜິດຊອບໃນການປະຕິບັດຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍມະນຸດສະທຳ. ໃນໄລຍພາຍຫຼັງ ໂລກລະບາດ, ບັນດາປະເທດຄວນສະຫງວນຄວາມເອົາໃຈໃສ່ເຖິງການຟື້ນຟູສິ່ງແວດລ້ອມທີ່ຖືກທຳລາຍ, ຜ່ານນັ້ນຊ່ວຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ, ຮັກສາສັນຕິພາບແບບຍື່ນຍົງ.
 (ແຫຼ່ງຄັດຈາກ VOV)


top