• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສະເໜີໃຫ້ຈີນມີຄວາມຮັບຜິດຊອບຕໍ່ການຮັກສາສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກ

ວັນທີ 08 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນຂ່າວໃນໜັງສືພິມສາກົນທີ່ກ່ຽວຂ້ອງເຖິງເລື່ອງ ຈີນ ຕິດຕັ້ງບັນດາລູກສອນໄຟຢູ່ບັນດາໂຄງສ້າງພູມສາດເຊິ່ງປະເທດນີ້ກໍ່ສ້າງຢ່າງຜິດກົດໝາຍຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ

(ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ, ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດ ຕໍ່ບັນດາຂໍ້ມູນຂ່າວສານດັ່ງກ່າວ ແລະ ຢືນຢັນວ່າ, ທຸກການເຄື່ອນໄຫວດ້ານການທະຫານ, ລວມທັງການຕິດຕັ້ງລູກສອນໄຟຢູ່ໝູ່ເກາະເຈື່ອງຊາ ຂອງຫວຽດນາມ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ຢ່າງຮ້າຍແຮງ, ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນດາບັນຫາຢູ່ທະເລລະຫວ່າງຫວຽດນາມ ແລະ ຈີນ, ລະເມີດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງອາຊຽນ ແລະ ຈີນ (DOC), ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ ແລະ ບໍ່ມີຜົນປະໂຫຍດໃຫ້ແກ່ຄວາມມານະພະຍາຍາມຂອງບັນດາປະເທດໃນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃນປະຈຸບັນ.

      ຫວຽດນາມ ສະເໝີໃຫ້ຈີນ ດ້ວຍຖານະເປັນປະເທດໃຫຍ່ຢູ່ພາກພື້ນ ແລະ ໂລກ, ສະແດງໃຫ້ເຫັນຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ບໍ່ດຳເນີນການເຄື່ອນໄຫວທາງດ້ານການທະຫານ, ຖອນບັນດາອາວຸດດ້ານການທະຫານທີ່ຜັນຂະຫຍາຍຜິດກົດໝາຍຢູ່ບັນດາໂຄງສ້າງພູມສາດຂຶ້ນກັບອຳນາດອະທິປະໄຕຂອງຫວຽດນາມ, ເຄົາລົບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລລະຫວ່າງຫວຽດນາມ ແລະ ຈີນ ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງອາຊຽນ ແລະ ຈີນ ຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top