• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຢຶດໝັ້ນຕໍ່ເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

      ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ, ເດັດຂາດບໍ່ທໍ້ຖອຍໃຈຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈສູ້ຊົນປະຕິບັດທຸກເປົ້າໝາຍຕາມແຜນການປີ 2019 ໄດ້ຢ່າງມີໄຊ.

ພາບປະກອບ (chinhphu.vn
      ຕາມເນື້ອໃນດັ່ງກ່າວທີ່ໄດ້ຍົກອອກໃນມະຕິກອງປະຊຸມລັດຖະບານປະຈຳເດືອນ ພຶດສະພາ ປີ 2019, ລັດຖະບານໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆເປັນເຈົ້າການ, ແລະ ມີພິບໄຫວ ໃນການຮັບມືກັບການຜັນແປຂອງສະພາບການສາກົນ ແລະ ພາຍໃນປະເທດຢ່າງທັນການ; ບັນດາກະຊວງ, ອົງການ, ທ້ອງຖິ່ນຕ່າງໆຕ້ອງສືບຕໍ່ຍູ້ແຮງການສ້າງໂຄງປະກອບ ພື້ນຖານເສດຖະກິດ ແລະ ໂຄງປະກອບບັນດາຂະແໜງການ, ຂົງເຂດການຄຸ້ມຄອງຄືນໃໝ່.
        ມະຕິໄດ້ຊີ້ອອກຢ່າງຈະແຈ້ງວ່າ: ກະຊວງແຜນການ ແລະ ການລົງທຶນຮີບເຮັ່ງປະຕິບັດຍຸດທະສາດດຶງດູດທຶນ FDI ໃຫ້ສຳເລັດຜົນ, ສືບຕໍ່ດຶງດູດທຶນ FDI ທີ່ມີເຕັກໂນໂລຢີ ສູງ, ຮີບເຮັ່ງຍື່ນສະເໜີແຜນການຫັນລັດວິສາຫະກິດເປັນຫຸ້ນສ່ວນໄລຍະ 2019 – 2020 ຕໍ່ນາຍົກລັດຖະມົນຕີເພື່ອອະນຸມັດຜ່ານ. ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ມີວິທີການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ສຸມໃສ່ພັດທະນາຕະຫຼາດພາຍໃນປະເທດ; ຍາດແຍ່ງໂອກາດຈາກບັນດາ ສັນຍາການຄ້າເສລີທີ່ໄດ້ຮັບການລົງນາມແລ້ວ ແລະ ຊຸກຍູ້ວິວັດການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບ ເອີລົບ (EVFTA)
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ໄຂ​ກອງ​ປະ​ຊຸມ​ ​ຄັ້ງ​ທີ 8 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII ຢ່າງ​ສົມ​ກຽດ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕັດສິນຫຼາຍບັນຫາສຳຄັນຍິ່ງ, ມີຄວາມໝາຍສຳຄັນທີ່ສຸດ.

Top