• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີພະຍານຫຼັກຖານປະຫວັດສາດແລະພື້ນຖານນິຕິທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ

      ວັນທີ 26 ພຶດສະພາ 2017, ເມື່ອຕອບສຳພາດຕໍ່ນັກຂ່າວ ທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງໄຕ້ຫວັນດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ ເຂດທະເລອ້ອມແອ້ມບາບິ່ງ, ໝູ່ເກາະເຈື່ອງຊາ

(ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ)
      ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ ຢືນຢັນວ່າ:
      “ ຫວຽດນາມມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳ ຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສຳລັບສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ ”
        ເລື່ອງໄຕ້ຫວັນຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ ເຂດທະເລ ອ້ອມແອ້ມ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມເປັນຫຼາຍຄັ້ງນັ້ນ ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງສຳລັບໝູ່ເກາະແຫ່ງນີ້, ນາບຂູ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການ ຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.
        ອີກຄັ້ງໜຶ່ງ, ຫວຽດນາມເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນບໍ່ມີການກະທຳຄ້າຍຄືແບບນີ້ອີກ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top