• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ

      ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ.

ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ
(ພາບ: laodong.vn)
      ຕອນເຊົ້າວັນທີ 04 ເມສາ, ຕາມແຈ້ງການຂອງອະນຸກຳມະການປິ່ນປົວ-ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ. ຕາມນັ້ນແລ້ວ 4 ຄົນແມ່ນປິ່ນປົວຢູ່ໂຮງໝໍປິ່ນປົວລະບົບຫາຍໃຈກະທັນຫັນກູຈີ, ນະຄອນໂຮ່ຈີມິນ, ອີກຄົນໜຶ່ງແມ່ນຢູ່ໂຮງໝໍດ່ານັ້ງ. ໃນຈຳນວນຄົນເຈັບເຫຼົ່ານັ້ນ ມີຊາວຫວຽດນາມ 3 ຄົນ, ຊາວອາເມລິກາ 2 ຄົນ. ມາຮອດປະຈຸບັນ, ຫວຽດນາມສາມາດປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ- 19 ຫາຍດີລວມທັງໝົດແມ່ນ 90 ຄົນແລ້ວ.
ໃນຂະນະນັ້ນ, ຕອນເຊົ້າວັນທີ 04 ເມສາ, ກະຊວງສາທາລະນະສຸກຫວຽດນາມໄດ້ປະກາດວ່າມີ 2 ກໍລະນີຕິດໂລກລະບາດໂຄວິດ-19 ຕື່ມອີກ, ຍົກຍອດຈຳນວນຜູ້ຕິດໂລກລະບາດຢູ່ຫວຽດນາມຂຶ້ນເປັນ 239 ຄົນ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.

Top