• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການເຊື່ອມໂຍງ ແລະ ກໍ່ສ້າງປະຊາຄົມອາຊຽນ

ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ ນັບເມື່ອເຂົ້າເປັນສະມາຊິກຂອງອາຊຽນເມື່ອວັນທີ 28 ກໍລະກົດປີ 1995, ຫວຽດນາມໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ວິວັດທະນາການເຊື່ອມໂຍງ ແລະ ກໍ່ສ້າງປະຊາຄົມອາຊຽນ.

ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi 

ຕອບສຳພາດນັກຂ່າວຂ່າວສານຫວຽດນາມປະຈຳຈາກາຕາ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ເນັ້ນໜັກວ່າ ຜົນສຳເລັດທາງດ້ານເສດຖະກິດ, ສະຖຽນລະພາບທາງດ້ານການເມືອງ ແລະ ການນຳພາຢ່າງມີລະດັບມອງກ້ວາງເຫັນໄກ ພ້ອມກັບກຳລັງຄວາມສາມາດຢ່າງແຂງແຮງຂອງປະຊາຊົນຫວຽດນາມ ກໍແມ່ນບັນດາຊັບສົມບັດໃຫ້ແກ່ການ   ກໍ່ສ້າງປະຊາຄົມອາຊຽນ.

       ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ ຫວຽດນາມໄດ້ປະກອບສ່ວນຍົກສູງຖານະບົດບາດສາກົນຂອງອາຊຽນໃນ 25 ປີທີ່ຜ່ານມາ. ໃນຂົງເຂດເສດຖະກິດ, ຫວຽດນາມໄດ້ເປັນເຈົ້າການບືນຕົວຂຶ້ນສູ່ຕະຫຼາດທົ່ວໂລກໂດຍຜ່ານການລົງນາມໃນບັນດາສັນຍາການຄ້າ ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ.

     ກ່ຽວກັບບົດບາດເປັນປະທານອາຊຽນຂອງຫວຽດນາມ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ ປີ 2020 ແມ່ນປີສຳຄັນສຳລັບອາຊຽນ. ໂລກລະບາດ Covid – 19 ໄດ້ສົ່ງຜົນສະທ້ອນເຖິງບາງເຫດການ ແລະ ຂໍ້ລິເລີ່ມ. ໃນສະພາບການນີ້, ຫວຽດນາມໄດ້ປະຕິບັດບົດບາດຂອງຕົນເປັນຢ່າງດີ ຜ່ານການລິເລີ່ມບັນດາມາດຕະການທີ່ແທດຈິງ ແນໃສ່ແກ້ໄຂບັນຫານີ້. ຜ່ານການສົມທົບກັບໄທຢ່າງແໜ້ນແຟ້ນ, ຫວຽດນາມໄດ້ຊັກຈູງການສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບ ໂລກລະບາດ Covid – 19.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top