• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະກອບຂໍ້ລິເລີ່ມເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຍ້ອນການປ່ຽນແປງຂອງດິນຟ້າອາກາດ

      ຕອນເຊົ້າວັນທີ 10 ຕຸລາ (ຕາມເວລາຫວຽດນາມ) ຄະນະກຳມະການເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂຶ້ນກັບສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 72 ໄດ້ຈັດວາລະປຶກສາຫາລືລວມ ສຳລັບຫົວຂໍ້ກ່ຽວກັບການພັດທະນາແບບຍືນຍົງ (ຫົວຂໍ້ 19).

(ພາບປະກອບ: TTXVN)
      ໃນນັ້ນມີບັນດາຫົວຂໍ້ຍ່ອຍກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສະພາບການຫັນເປັນທະເລຊາຍ ແລະ ແຫ້ງແລ້ງ, ສົນທິສັນຍາກ່ຽວກັບຊີວະນາໆພັນ… ມີ 60 ປະເທດຈົດທະບຽນເຂົ້າຮ່ວມກ່າວປາໄສກ່ຽວກັບຫົວຂໍ້ດັ່ງກ່າວ. ກ່າວຄຳເຫັນທີ່ວາລະປຶກສາລວມ, ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ຢູ່ສະຫະປະຊາຊາດ, ທ່ານ ໂງຢາທ້ວນ, ເລຂາທີໜຶ່ງ, ຢືນຢັນວ່າ, ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນຮ້າຍຍ້ອນໄພທຳມະຊາດ, ຫວຽດນາມ ໄດ້ເປັນເຈົ້າການນຳໃຊ້ບັນດາມາດຕະການເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ດ້ວຍການໜູນຊ່ວຍອັນລ້ຳຄ່າຈາກບັນດາອົງການສະຫະປະຊາຊາດ ໃນຊຸມປີຜ່ານມາ. ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເນັ້ນໜັກເຖິງບັນດາມາດຕະການແກ້ໄຂຄື: ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຕ້ອງສົມທົບໜູນຊ່ວຍຕໍ່ກັນຢ່າງຄົບຊຸດກັບບັນດາບັນຫາອື່ນໆຄື ວິທະຍາສາດ - ເຕັກໂນໂລຊີ; ໜູນຊ່ວຍພັດທະນາບັນດາປະເທດມີລາຍຮັບຕ່ຳ ແລະ ມີລາຍຮັບປານກາງຖືກຜົນສະທ້ອນຈາກໄພທຳມະຊາດ…
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top