• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສຳຄັນການຮັກສາສິ່ງແວດລ້ອມໃນການພັດທະນາເສດຖະກິດ, ສັງຄົມ


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ສິງ​ກະ​ໂປ
(ພາບ: TTXVN)
      ​​ຕອນ​ບ່າຍ​ວັນ​ທີ 24/04, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Masagos Zulkifli, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ສິງ​ກະ​ໂປ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ​ແມ່ນ​ບັນ​ຫາ​ຮີບ​ດ່ວນ, ຫວຽດ​ນາມ ​ສືບ​ຕໍ່​ສຸມ​ໃສ່​ເສດ​ຖະ​ກິດ, ສັງ​ຄົມ ແຕ​່​ຕາມ​ທິດ​ພັດ​ທະ​ນາ​ແບບຍ​ືນ​ຍົງ, ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ປັດ​ໃຈ​​ຮັກ​ສາ​ສິ່ງ​ແວດ​ລ້​ອ​ມ. ສິງ​ກະ​ໂປ ເປັນ​ທີ່​ຮູ້​ຈັກ​ກັນ​ດີແມ່ນ​ປະ​ເທດ​ຂຽວ, ສະ​ອາດ, ຊວຍ​ງາມ, ທັນ​ສະ​ໄໝ ແລະ ສີ​ວິ​ໄລ, ສະ​ນັ້ນ, ຫວຽດ​ນາມ ປາດ​ຖະ​ໜາ​ຢາ​ກ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຂອງ​ສິງ​ກະ​ໂປ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ແຫຼ່ງ​ນ້ຳ, ພັດ​ທະ​ນາ​ນະ​ຄອນ​ຂຽວ.
        ສ່ວນ​ທ່ານ​ລັດ​ຖ​ະ​ມົນ​ຕີ Masagos Zulkifli, ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນ​ຫາ​ສິງ​ແວດ​ລ້ອມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ, ພ້ອມ​ທັງ​ຖື​ວ່າ, ບັນ​ຫາ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ເທດ​ໃດ​ໜຶ່ງ, ຫາກ​ກະ​ທົບ​ເຖິງ​ບັນ​ດາ​ປະ​ເທດ​ບ້ານ​ໃກ​້​ເຮືອນ​ຄຽງ ແລະ ທົ່ວ​ໂລກ​ເວົ້າ​ລວມ. ທ່ານ​ລັດ​ຖະ​ມົ​ນ​ຕ​ີ Masagos Zulkifli ສະ​ເໜີ​ທີ່ກອງ​ປ​ະ​ຊຸມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ໂດຍ​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​ຢູ່ Nairobi, ປະ​ເທດ Kenya ໃນ​ທ້າຍ​ປີ 2017, ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທັດ​ສະ​ນະ​ຂອງ​ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ.
(ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top