• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈັດງານບຸນທ່ອງທ່ຽວ - ວັດທະນະທຳຫວຽດນາມ ຢູ່ສ.ເກົາຫຼີ

      ວັນທີ 14 ທັນວາ, ຢູ່ນະຄອນຫຼວງເຊີອຸ່ນ, ປະເທດສ.ເກົາຫຼີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ຈັດງານບຸນທ່ອງທ່ຽວ - ວັດທະນະທຳຫວຽດນາມ ປີ 2017 ຢູ່ສ.ເກົາຫຼີ ແລະງານລ້ຽງຂ່ຳນັບຊົມເຊີຍ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ (22 ທັນວາ 1992 – 22 ທັນວາ 2017).

ງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ
ສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ
(ພາບ: TTXVN)
      ກ່າວຄຳເຫັນທີ່ພິທີໄຂ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າອຳນາດການປົກຄອງສ.ເກົາຫຼີ, ຄະນະທູຕານຸທູດປະຈຳເຊີອຸ່ນ ແລະ ບັນດາບໍລິສັດທ່ອງທ່ຽວສ.ເກົາຫຼີ, ທ່ານ ຫງວຽນຫງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຊື່ອໝັ້ນວ່າ, ເຫດການນີ້ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນທາງດ້ານວັດທະນະທຳ, ທ່ອງທ່ຽວເວົ້າສະເພາະ, ກໍ່ຄືປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານ ແລະ ປະຊາຊົນ 2 ປະເທດຫວຽດນາມ - ສ.ເກົາຫຼີ ເວົ້າລວມ.
        ພາຍຫຼັງພິທີໄຂງານບຸນທ່ອງທ່ຽວ - ວັດທະນະທຳ  ແມ່ນງານລ້ຽງຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top