• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຈະພັດທະນາກ່ວາອີກໃນໄລຍະຈະມາເຖິງ

      ໜັງສືພິມ NewstraitsTimes (ມາເລເຊຍ) ສະບັບອອກໃນວັນທີ 1 ກຸມພາ ໄດ້ຊີ້ແຈ້ງວ່າ ແຜນນະໂຍບາຍຕ້ານການສໍ້ລາດບັງຫຼວງ ຢ່າງເດັດຂາດຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫວຽດນາມ ແລະ ສະມາຊິກພັກເປັນສ່ວນຫຼາຍ.
ໜັງສືພິມ Asahi ຂອງ ຍີ່ປຸ່ນ ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13ຂອງພັກກອມມູນິດ ຫວຽດນາມ
      ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ NHK ເນັ້ນໜັກວ່າ: ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍໃໝ່ໃນການພັດທະນາປະເທດຊາດ ແລະ ຄັດເລືອກເອົາສະມາຊິກຄະນະການນຳໃໝ່. ໃນກອງປະຊຸມຖະແຫຼງຂ່າວ ພາຍຫຼັງກອງປະຊຸມໃຫຍ່ໄດ້ອັດລົງ, ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ຖືວ່າ 5 ປີຈະມາເຖິງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັກສາການເຕີບໂຕເສດຖະກິດຢູ່ລະດັບ 6,5 – 7%.
            ໜັງສືພິມ Asahi ກໍ່ໄດ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນເນັ້ນໜັ້ກວ່າ ໃນອາຍຸການຈະມາເຖິງ, ຫວຽດນາມ ຈະສຸມໃສ່ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ ໃນໄລຍະເກີດໂລກລະບາດ.
            ສື່ເອເລັກໂຕນິກ Jiji Press ໄດ້ໃຫ້ຂໍ້ສັງເກດວ່າ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກສະມາຊິກພັກຫຼາຍສະຫາຍ ຍ້ອນວ່າ ໃນຊຸມປີຜ່ານມາ ທ່ານໄດ້ຊີ້ນຳນຳພາ ຜົນວຽກງານຮັກສາການເຕີບໂຕເສດຖະກິດຢູ່ລະດັບສູງ ແລະ ຄວບຄຸມໂລກລະບາດໂຄວິດ - 19ຢ່າງສຳເລັດ.
        ສ່ວນໜັງສືພິມ NewstraitsTimes (ມາເລເຊຍ) ສະບັບອອກໃນວັນທີ 1 ກຸມພາ ໄດ້ຊີ້ແຈ້ງວ່າ ແຜນນະໂຍບາຍຕ້ານການສໍ້ລາດບັງຫຼວງ ຢ່າງເດັດຂາດຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫວຽດນາມ ແລະ ສະມາຊິກພັກເປັນສ່ວນຫຼາຍ.
        ໃນຂະນະນັ້ນ, ສຳນັກຂ່າວສານ Yonhap (ສ.ເກົາຫຼີ) ໄດ້ວິເຄາະຕໍ່ໝາກຜົນຂອງກອງປະຊຸມໃຫຍ່ທີ່ ສະແດງໃຫ້ເຫັນວ່າ ຫວຽດນາມ ພວມຖືສະຖຽນລະພາບຂອງລັດເປັນສຳຄັນ. ຫວຽດນາມຈະຮັກສາຫຼັກໝັ້ນ ແລະ ນະໂຍບາຍໃນປັດຈຸບັນ, ເປີດປະຕູກັບໂລກພາຍນອກ ແລະ ດຶງດູດການລົງທຶນຈາກຕ່າງປະເທດເພື່ອເປັນກຳລັງໜູນໃນການຊຸກຍູ້ການເຕີບໂຕເສດຖະກິດ.
        ວັນທີ 1 ກຸມພາ, ສຳໜັກຂ່າວສານ Reuters (ອັງກິດ) ກໍ່ໄດ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນນັ້ນ ພິເສດໄດ້ເຕື້ອງເຖິງເປົ້າໝາຍຟື້ນຟູເສດຖະກິດ ຂອງ ຫວຽດນາມໃນໄລຍະ 5 ປີຈະມາເຖິງໂດຍອີງໃສ່ການປະສານສົມທົບ ເຊິ່ງມີການປັບປຸງລະຫວ່າງບັນດາຂໍ້ຕົກລົງດ້ານການຄ້າເສລີ, ຊຸກຍູ້ບົດບາດຂອງເສດຖະກິດເອກະຊົນ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.
            ຊຸມວັນຜ່ານມາ ບັນດາອົງການສື່ມວນຊົນລາວງຄື:, ໜັງສືພິມເອເລັກໂຕນິກ ປະຊາຊົນ,  ໜັງສືພິມປະເທດລາວ ໄດ້ເອົາລົງບົດຂຽນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານ ລາວ (KPL) ສະບັບອອກວັນທີ 2 ກຸມພາ ໄດ້ລົງພິມໃນໜ້າທຳອິດຢ່າງສົມກຽດ ບົດຂຽນດ້ວຍຫົວຂໍ້ວ່າ: “ຜົນສຳເລັດຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ - ລາວປະກອບສ່ວນເຂົ້າໃນສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ”. ບົດຂຽນດັ່ງກ່າວ ໄດ້ຢັ້ງຢືນວ່າ: ເປົ້າໝາຍສັງລວມ ແລະ ເປົ້າໝາຍລະອຽດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມວ່າງອອກ ແມ່ນພື້ນຖານສຳຄັນຍິ່ງ ເພື່ອກຳນົດທິດທາງ, ໜ້າທີ່, ວິທີການແກ້ໄຂການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top