• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມກວດພົບກໍລະນີຕິດເຊື້ອພະຍາດໄວຣັດ corona ຄົນທີ 8

      ຕອນເຊົ້າວັນທີ 03 ກຸມພາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດປອດອັກເສບຍ້ອນໄວຣັດສາຍພັນໃໝ່ corona (nCoV) ຄົນທີ 8.
      ນັ້ນແມ່ນແມ່ຍິງອາຍຸ 29 ປີ, ເຊິ່ງແມ່ນກຳມະກອນເຮັດວຽກຢູ່ບໍລິສັດ Nihon Plast ຈຳກັດຂອງຍີ່ປຸ່ນ ຢູ່ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ຖືກຕິດເຊື້ອພະຍາດເມື່ອພົບປະກັບຜູ້ຮ່ວມງານທີ່ພວມຕິດເຊື້ອ.
          ກ່ອນໜ້ານັ້ນ, ກຳມະກອນຍິງຄົນນີ້ ພ້ອມກັບຜູ້ຮ່ວມງານອີກ 7 ຄົນໄດ້ຖືກຈັດສົ່ງໄປຝຶກງານຢູ່ ອູ່ຫັ້ນ, ປະເທດຈີນ, ກັບເມືອຫວຽດນາມ ໃນຖ້ຽວບິນດຽວກັນ ແລະ ຂີ່ລົດເມຮັບສົ່ງຂອງບໍລິສັດຄັນດຽວກັນ. ຄົນເຈັບຜູ້ນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ແລະ ພວມມີອາການສຸຂະພາບປົກກະຕິດີ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top