ຂ່າວສານ ຫວຽດນາມກວດພົບກໍລະນີຕິດເຊື້ອພະຍາດໄວຣັດ corona ຄົນທີ 8 03/02/2020 ຕອນເຊົ້າວັນທີ 03 ກຸມພາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດປອດອັກເສບຍ້ອນໄວຣັດສາຍພັນໃໝ່ corona (nCoV) ຄົນທີ 8. ນັ້ນແມ່ນແມ່ຍິງອາຍຸ 29 ປີ, ເຊິ່ງແມ່ນກຳມະກອນເຮັດວຽກຢູ່ບໍລິສັດ Nihon Plast ຈຳກັດຂອງຍີ່ປຸ່ນ ຢູ່ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ຖືກຕິດເຊື້ອພະຍາດເມື່ອພົບປະກັບຜູ້ຮ່ວມງານທີ່ພວມຕິດເຊື້ອ. ກ່ອນໜ້ານັ້ນ, ກຳມະກອນຍິງຄົນນີ້ ພ້ອມກັບຜູ້ຮ່ວມງານອີກ 7 ຄົນໄດ້ຖືກຈັດສົ່ງໄປຝຶກງານຢູ່ ອູ່ຫັ້ນ, ປະເທດຈີນ, ກັບເມືອຫວຽດນາມ ໃນຖ້ຽວບິນດຽວກັນ ແລະ ຂີ່ລົດເມຮັບສົ່ງຂອງບໍລິສັດຄັນດຽວກັນ. ຄົນເຈັບຜູ້ນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ແລະ ພວມມີອາການສຸຂະພາບປົກກະຕິດີ. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 03 ກຸມພາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດປອດອັກເສບຍ້ອນໄວຣັດສາຍພັນໃໝ່ corona (nCoV) ຄົນທີ 8. ນັ້ນແມ່ນແມ່ຍິງອາຍຸ 29 ປີ, ເຊິ່ງແມ່ນກຳມະກອນເຮັດວຽກຢູ່ບໍລິສັດ Nihon Plast ຈຳກັດຂອງຍີ່ປຸ່ນ ຢູ່ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ຖືກຕິດເຊື້ອພະຍາດເມື່ອພົບປະກັບຜູ້ຮ່ວມງານທີ່ພວມຕິດເຊື້ອ. ກ່ອນໜ້ານັ້ນ, ກຳມະກອນຍິງຄົນນີ້ ພ້ອມກັບຜູ້ຮ່ວມງານອີກ 7 ຄົນໄດ້ຖືກຈັດສົ່ງໄປຝຶກງານຢູ່ ອູ່ຫັ້ນ, ປະເທດຈີນ, ກັບເມືອຫວຽດນາມ ໃນຖ້ຽວບິນດຽວກັນ ແລະ ຂີ່ລົດເມຮັບສົ່ງຂອງບໍລິສັດຄັນດຽວກັນ. ຄົນເຈັບຜູ້ນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ແລະ ພວມມີອາການສຸຂະພາບປົກກະຕິດີ. (ແຫຼ່ງຄັດຈາກ VOV)