• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫລຸດຜ່ອນຜົນເສຍຫາຍຢູ່ບັນດາເຂດມີດິນເຊາະເຈື່ອນຢູ່ພາກກາງ

ວັນທີ 07 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບສະພາບຝັ່ງທະເລເຊາະເຈື່ອນ ແລະ ດິນທັບຖົມປາກແມ່ນ້ຳບັນດາແຂວງແຄມທະເລພາກກາງຈາກແຂວງ ເງະອານ ຈົນຮອດແຂວງ ບີງທ້ວນ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  (ພາບ: chinhphu.vn)

ນີ້ແມ່ນມື້ເຮັດວຽກທີ 3 ກ່ຽວກັບບັນຫາດິນເຊາະເຈື່ອນໃນໄລຍະຜ່ານມາ ໂດຍທ່ານນາຍົກລັດຖະມົນຕີເປັນປະທານ ພາຍຫລັງເຮັດວຽກກັບບັນດາແຂວງພາກເໜືອ ແລະ ພາກໃຕ້.ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        ພວກເຮົາຊາບຊຶມຈິດໃຈປົກປັກຮັກສາຊີວິດ, ຊັບສົມບັດຂອງປະຊາຊົນ, ບັນດາມໍລະດົກວັດທະນະທຳ; ຫລຸດຜ່ອນຜົນເສຍຫາຍຈາກບັນດາເຂດຖືກສະທ້ອນລົງໃນລະດັບຕ່ຳສຸດ ບັນດາທ້ອງຖິ່ນຕ້ອງເປັນເຈົ້າການກ່ວາ ໃນການວາງແຜນຜັງ, ໃນການນຳໃຊ້, ໃນການພັດທະນາເສດຖະກິດສັງຄົມທ້ອງຖິ່ນຂອງຕົນ.

        ທ່ານນາຍົກລັດຖະມົນຕີກໍ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຊີໃນການປ້ອງກັນຕ້ານຝັ່ງທະເລເຊາະເຈື່ອນ, ດິນທັບຖົມທະເລ, ແມ່ນ້ຳ.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top