• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫງວຽນທິແອັວງ - ນັກກິລາແລ່ນ ແລະ ລານທີ່ດີເດັ່ນຂອງຫວຽດນາມ

ຫງວຽນທິແອັວງ ສັງກັດທີມແລ່ນແລະລານແຫ່ງຊາດຫວຽດນາມຫາກໍ່ສ້າງຜົນງານທີ່ເປັນໜ້າພິດສະຫວົງງົງງວາຍເມື່ອກາຍເປັນນັກກິລາຫວຽດນາມ ຄວ້າເຖິງ 4 ຫຼຽນຄຳຢ່າງລຽນຕິດ ໃນງານມະຫາກຳຊີເກມຄັ້ງໜຶ່ງ ໃນນັ້ນຜົນງານຄວ້າໄດ້ສອງຫຼຽນຄຳພຽງປະຕິບັດໄດ້ໃນຮອບ 20 ນາທີເທົ່ານັ້ນ. ດ້ວຍຜົນງານໃໝ່ສຸດຢູ່ ຊີເກມ 32 ທີ່ຈັດຂຶ້ນຢູ່ ກຳປູເຈຍນັ້ນ ແອັວງຄວ້າໄດ້ຫຼຽນຄຳລວມທັງໝົດ 12 ຫຼຽນໃນພາລະກິດແຂ່ງຂັນສົມກັບເປັນນັກກິລາແລ່ນແລະລານທີ່ດີເດ່ັນຂອງຫວຽດນາມ.
ນັກກິລາ ແລ່ນແລະລານ ທີ່ດີເດັ່ນ ຫງວຽນທິແອັວງ

ຫງວຽນທິແອັວງ ປີນີ້ມີອາຍຸ 28 ປີ ພວມແມ່ນນັກກິລາແລ່ນແລະລານໄລຍະປານກາງດີທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້.ເຂົ້າຮ່ວມງານແຂ່ງຊີເກມ 32, ແອັວງ ໄດ້ຈົດທະບຽນແຂ່ງຂັນສີ່ລາຍການສ່ວນບຸກຄົນລວມມີແລ່ນ 1.500 ແມັດ, 3.000 ແມັດຂ້າມອຸປະສັກ, 5.000 ແມັດແລະ 10.000 ແມັດເພດຍິງ. ໃນມື້ແຂ່ງຂັນທຳອິດຂອງກິລາປະເພດແລ່ນແລະລານຢູ່ ຊີເກມ 32 ເມື່ອວັນທີ 8 ພຶດສະພາ, ຫງວຽນທິແອັວງ ສາມາດຄວ້າໄດ້ຫຼຽນຄຳໃນລາຍການແລ່ນ 5.000 ແມັດ. ແຕ່ຄວາມຫຍຸ້ງຍາກໄດ້ເລີ່ມເກີດຂຶ້ນ ຂະນະທີ່ຄະນະຈັດຕັ້ງໄດ້ປະກາດປ່ຽນຕາຕະລາງແຂ່ງຂັນ. ຕາມນັ້ນແລ້ວ ພາຍຫຼັງເຂົ້າຮ່ວມການແຂ່ງຂັນ 1.500 ແມັດໃນເວລາ 17 ໂມງ 30 ນາທີຕອນບ່າຍ, ຫງວຽນທິແອັວງ ກໍ່ຕ້ອງເຂົ້າຮ່ວມການແຂ່ງຂັນຊະນະເລີດ ດ້ວຍລາຍການແລ່ນ 3.000 ແມັດຂ້າມອຸປະສັກໃນເວລາ 17 ໂມງ 50 ນາທີໝາຍຄວາມວ່າຫ່າງຈາກ 20 ນາທີເທົ່ານັ້ນ. ຫງວຽນທິແອັວງ ແບ່ງປັນວ່າ:

“ນີ້ແມ່ນຕາຕະລາງແຂ່ງຂັນທີ່ປະກາດຢ່າງກະທັນຫັນ. ນ້ອງແລະບັນດາຄູຝຶກກໍ່ຄືທົ່ວຄະນະນັກກິລາ ຫວຽດນາມ ກໍ່ມີຄວາມເປັນຫວ່ງທີ່ສຸດ ແຕ່ບັນດາສະມາຊິກໃນຄະນະໄດ້ພະຍາຍາມຊອກຫາເສັ້ນທາງເດີນທີ່ດີທີ່ສຸດ, ມີຍຸດທະວິທີແທດເໝາະ ແລະ ກະໂຕນ້ອງເອງກໍ່ຕ້ອງມານະພະຍາຍາມຫຼາຍທີ່ສຸດ”.

ດ້ວຍຄຸນນະທາດ,ຄວາມມານະພະຍາຍາມແລະຍຸດທະວິທີແຂ່ງຂັນທີ່ເໝາະສົມ, ຫງວຽນທິແອັວງພາຍຫຼັງຄວ້າໄດ້ຫຼຽນຄຳໃນລາຍການແລ່ນ 1.500 ແມັດ, ບໍ່ໄດ້ພັກຜ່ອນຈັກໜ້ອຍແອັວງ ສືບຕໍ່ກ້າວເຂົ້າສູ່ການແຂ່ງຂັນໃນລາຍການແລ່ນຂ້າມອຸປະສັກ 3.000 ແມັດແລະ ແອັວງ ສາມາດ ແລ່ນເຖິງເປົ້າໝາຍກ່ອນໝູ່ ໂດຍແລ່ນກາຍນັກກິລາຟິລິບປິນເປັນໄລຍະທາງ 50 ແມັດສາມາດຄວ້າໄດ້ຫຼຽນຄຳ. ຫງວຽນທິແອັວງ ໃຫ້ຮູ້ວ່າ:

“ປັດຈຸບັນນ້ອງກໍ່ມີຄວາມຕື້ມຕັນໃຈທີ່ສຸດຄວາມມ່ວນຊື່ນແລະຄວາມເປັນຫ່ວງສັບປົນກັນນ້ອງເມື່ອຍແທ້ ແຕ່ນ້ອງນ້ອງຮູ້ສຶກມີຄວາມສຸກແລະສະແດງຄວາມຂອບໃຈຕໍ່ການລະດົມກຳລັງໃຈຂອງຜູ້ຊົມຂອງທຸກໆຄົນໃນຄະນະນັກກິລາຫວຽດນາມ”. 

ໄຊຊະນະຕໍ່ໄປໃນວັນທີ 12 ພຶດສະພາໃນການແຂ່ງຂັນຊະນະເລີດໃນລາຍການແລ່ນ 10.000 ແມັດຍິງດ້ວຍຜົນງານ 35 ນາທີ 11 ວິນາທີ 53 ອັນໄດ້ຊ່ວຍ ຫງວຽນທິແອັວງ ຄວ້າໄດ້ຫຼຽນຄຳຫຼຽນທີສີ່ໃນຊີເກມ 32. ຜົນງານຂອງແອັວງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມແລະພາກພື້ນແລະວົງການນັກຂ່າວສາກົນ.

           ຫງວຽນທິແອັວງ ມີລວງສູງ 1,50 ແມັດ, ລາວໄດ້ເລີ່ມຫຼິ້ນກິລາ ແລ່ນແລະລານ ຄາວມີອາຍຸ 15 ປີ. ເຖິງວ່າມີຄວາມລຳບາກຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ ແອັວງ ຍາມໃດກໍ່ພະນາຍາມໃນແຕ່ລະວັນ.ໃນງານມະຫາກຳກິລາຊີເກມ 29 ປີ 2017 ສາມາດຄວ້າໄດ້ 2 ຫຼຽນຄຳ. ປີ 2018 ແອັວງ ຄວ້າໄດ້ຫຼຽນທອງແດງປະຫວັດສາດມາໃຫ້ກິລາແລ່ນແລະລານຫວຽດນາມຢູ່ ເອຊຽນເກມ 18 ທີ່ຈັດຂຶ້ນຢູ່ ຈາກາຕາ. ຢູ່ງານມະຫາກຳກິລາຊີເກມ 30 ທີ່ ຟິລິບປິນ, ແອັວງ ສາມາດຄວ້າໄດ້ 2 ຫຼຽນຄຳ, ສ່ວນໃນຊີເກມຄັ້ງນີ້ ແອັວງ ໄດ້ສ້າງສະຖີຕິໃໝ່ ດ້ວຍການຄວ້າໄດ້ 4 ຫຼຽນຄຳ ອັນໄດ້ຍົກຍອດຈຳນວນຫຼຽນຄຳທີ່ ແອັວງ ສາມາດຄວ້າໄດ້ໃນພາລະກິດແຂ່ງຂັນຂອງຕົນຂຶ້ນເຖິງ 12 ຫຼຽນ.     ຫງວຽນທິແອັວງໃຫ້ຮຸ້ວ່າ:

    “ກິລາແລ່ນແລະລານແມ່ນປະເພດກິລາລຳບາກທີ່ສຸດເພາະວ່າເຮົາຕ້ອງຝຶກແອບຢູ່ກາງແດດກາງແຈ້ງມີລົມພັດຢ່າງຮ້າຍແຮງແຕ່ຜ່ານໄລຍະເວລາຝຶກແອບກໍ່ມີຫຼາຍສິ່ງທີ່ດູດດື່ມສ້າງຄວາມປະທັບໃຈໃຫ້ແກ່ນ້ອງຢ່າງຫຼວງຫຼາຍ. ນ້ອງຄິດວ່າໃນການດຳລົງຊີວິດເມື່ອເຮົາປະສົບກັບຄວາມຫຍຸ້ງຍາກເຮົາກໍ່ຕ້ອງພະຍາຍາມຜ່ານຜ່າບໍ່ຄວນຢູ່ເສີຍ”.

    ຍ້ອນຄວາມພະຍາຍາມຢ່າງບໍ່ຢຸດບໍ່ເຊົາພ້ອມກັບນ້ຳໃຈບໍ່ຖອຍຫຼັງຢ່າງເດັດຂາດ, ຫງວຽນທິແອັວງ ໄດ້ສ້າງຂີດໝາຍປະຫວັດສາດທີ່ປະທັບໃຈໃຫ້ແກ່ກິລາແລ່ນແລະລານເວົ້າສະເພາະແລະພື້ນຖານກິລາຫວຽດນາມເວົ້າລວມ. 

 

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top