• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ. ເກົາ​ຫລີ ຍິງ​ທົ​ດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ວິ​ທີ​ໃຫມ່

ວັນທີ 1 ກໍລະກົດ, ສປປ.ເກົາຫລີ ໄດ້ຍິງທົດລອງລູກສອນໄຟ Hwasong-11Da-4.5 ທີ່ສາມາດຍິງຫົວລູກປືນໃຫຍ່ໂດຍມີນ້ຳຫນັກ 4,5 ໂຕນ.
ໂທລະພາບ ສ.ເກົາຫຼີ ໃຫ້ຂ່າວກ່ຽວກັບການທົດລົງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN)
ວັນທີ 2 ກໍລະກົດ, ສື່ມວນຊົນ ສປປ. ເກົາຫລີ ໄດ້ໃຫ້ຮູ້ວ່າ: ປະເທດນີ້ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະວີທີໃຫມ່ ມີຄວາມສາມາດຍິງຫົວລູກປືນຂະໜາດໃຫຍ່ສຸດ. ຕາມນັ້ນແລ້ວ ວັນທີ 1 ກໍລະກົດ, ສປປ.ເກົາຫລີ ໄດ້ຍິງທົດລອງລູກສອນໄຟ Hwasong-11Da-4.5 ທີ່ສາມາດຍິງຫົວລູກປືນໃຫຍ່ໂດຍມີນ້ຳຫນັກ 4,5 ໂຕນ. ການທົດລອງແມ່ນໄດ້ດຳເນີນກັບລູກສອນໄຟທີ່ຕິດຫົວລູກປືນໃຫຍ່ຈຳລອງເພື່ອຢັ້ງຢືນຄວາມເປັນປົກກະຕິເມື່ອບິນ ແລະ ຄວາມຊັດເຈນເມື່ອຍິງຖືກເປົ້າໝາຍຢູ່ໄລຍະຍິງຍາວສຸດແມ່ນ 500 ກິໂລແມັດ ແລະ ຕ່ຳສຸດແມ່ນ 90 ກິໂລແມັດ. ຂ່າວຄາວດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ ສປປ. ເກົາຫລີ ຈະດຳເນີນເຫດຍິງທົດລອງອີກຄັ້ງໃນເດືອນກໍລະກົດນີ້ ເພື່ອ “ຢັ້ງຢືນຈຸດລັກສະນະການບິນ, ຄວາມຊັດເຈນ ແລະ ຄວາມແຮງການລະເບີດຂອງຫົວລູກປືນໃຫຍ່ຢູ່ໄລຍະຍິງ 250 ກິໂລແມັດ.

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top