• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ປາດ​ຖະ​ໜາ​ຢາກ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ເຕັກ​ໂນ​ໂລ​ຢີ

ທ່ານຮອງເລຂາທິການໃຫຍ່ ສປຊ Amandeep Singh Gill ຖືວ່າ ເຕັກໂນໂລຢີດີຈີຕອນແມ່ນໂອກາດໃຫຍ່ເພື່ອໃຫ້ແຕ່ລະປະເທດສ້າງບາດກ້າວກະໂດດຂັ້ນ, ໃນນັ້ນ ຫວຽດນາມ ແມ່ນປະເທດດີເດັ່ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສປຊ (ພາບ: VGP)

ຕອນເຊົ້າວັນທີ 6 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສປຊ ກ່ຽວກັບເຕັກໂນໂລຢີເຕັກດີຈີຕອນ ແລະ ເຕັກໂນໂລຢີຫາກໍ່ພົ້ນເດັ່ນຂຶ້ນ, ພ້ອມທັງແມ່ນທູດພິເສດຂອງ ເລຂາທິການໃຫຍ່ ສປຊ ກ່ຽວກັບເຕັກໂນໂລຢີພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມກຳນົດວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າ. ໃນນັ້ນ, ບັນດາຂົງເຂດຫັນເປັນດີຈີຕອນ, Bigdata, IOT, Cloud Computing… ແມ່ນບັນດາກຳລັງໜູນໃໝ່ເພື່ອພັດທະນາປະເທດຊາດ.

ສ່ວນທ່ານ Amandeep Singh Gill ຕີລາຄາສູງບົບບາດທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມໃນການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ໃນນັ້ນມີຂົງເຂດ AI. ທ່ານຮອງເລຂາທິການໃຫຍ່ ສປຊ ຖືວ່າ ເຕັກໂນໂລຢີດີຈີຕອນແມ່ນໂອກາດໃຫຍ່ເພື່ອໃຫ້ແຕ່ລະປະເທດສ້າງບາດກ້າວກະໂດດຂັ້ນ, ໃນນັ້ນ ຫວຽດນາມ ແມ່ນປະເທດດີເດັ່ນ.

(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ກຳ​ປູ​ເຈຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ກຳ​ປູ​ເຈຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

ໃນບົດຂຽນທີ່ມີຫົວຂໍ້ “ກຳລັງໜູນໃໝ່ໃນການພົວພັນ ກຳປູເຈຍ - ຫວຽດນາມ”, AKP ສະຫງວນເວລາຫຼາຍເພື່ອແນະນຳເນື້ອໃນຂອງການພົບປະລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen.

Top