• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ລົງ​ໂທດ Houthi

ທ່ານ Geng Shuang ອັກຄະລັດຖະທູດຈີນ ໄດ້ຍົກອອກຄວາມວິຕົກກັງວົນວ່າບັນດາມາດຕະການນີ້ ອາດສາມາດກໍ່ຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ, ການຄ້າສາກົນ ແລະ ບໍ່ເໝາະສົມກັບກົດໝາຍສາກົນ.
ພາບປະກອບ: REUTERS/Khaled Abdullah
ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຕໍ່ກຳນົດເວລາບັນດາມາດຕະການລົງໂທດເລັ່ງໃສ່ກຳລັງ Houthi ໂດຍອີຣານ ໜູນຫຼັງຢູ່ ເຢແມນ. ຕາມມະຕິແລ້ວ, ບັນດາມາດຕະການອາຍັບຊັບສິນ ແລະ ຫ້າມການເດີນທາງໄປມາສຳລັບ 10 ສ່ວນບຸກຄົນ, ສ່ວນຫຼາຍແມ່ນການນຳຂັ້ນສູງ Houthi, ສືບຕໍ່ ຕໍ່ກຳນົດຮອດວັນທີ 14 ພະຈິກ 2026. ຈີນ ແລະ ລັດເຊຍ ໄດ້ປ່ອນບັດຂາວ ໂດຍຄັດຄ້ານເລື່ອງປະເທດຈຳນວນໜຶ່ງສະເໜີເພີ່ມເຕີມບັນດາມາດຕະການຄວບຄຸມການເດີນທາງຢູ່ທະເລແດງ. ທ່ານ Geng Shuang ອັກຄະລັດຖະທູດຈີນ ໄດ້ຍົກອອກຄວາມວິຕົກກັງວົນວ່າບັນດາມາດຕະການນີ້ ອາດສາມາດກໍ່ຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ, ການຄ້າສາກົນ ແລະ ບໍ່ເໝາະສົມກັບກົດໝາຍສາກົນ. ສ່ວນທ່ານນາງ Anna Evstigneeva ຜູ້ຕາງໜ້າລັດເຊຍຖືວ່າ ເອກະສານມະຕິມີລັກສະນະ , ພ້ອມທັງເນັ້ນໜັກເຖິງບົດບາດຂອງບັນດາປະເທດໃນພາກພື້ນ Saudi Arabia, UAE, Iran ຄື Oman ແລະ ໃນວິວັດການແກ້ໄຂວິກິດການຢູ່ ເຢແມນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top