• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ຫວຽດ​ນາມ

ທີ່ການພົບປະ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ບັນດາຜົນສຳເລັດ ໃນການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ພິເສດແມ່ນວິວັດການຟື້ນຟູພາຍຫຼັງໂຄວິດ - 19.
  ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອກ (ພາບ: TTXVN)  

ວັນທີ 3 ສິງຫາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ປະເທດ ອາເມລິກາ), ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຳຫຼວດກວດກາຄັ້ງທີ 10 ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຢູ່ນິວຢອກ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ບັນດາຜົນສຳເລັດ ໃນການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ພິເສດແມ່ນວິວັດການຟື້ນຟູພາຍຫຼັງໂຄວິດ - 19. ທ່ານ ເລຂາທິການໃຫຍ່ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ວຽກງານລວມຂອງ ສປຊ, ເປັນຕົ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດນີ້.

ແລກປ່ຽນກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ປັບປຸງລັດທິຫຼາຍຝ່າຍ, ຍົກສູງການປະຕິບັດກົດໝາຍສາກົນ, ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ກັບ ສປຊ, ແລະ ເສີມຂະຫຍາຍບົດບາດ ຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢີ

ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢີ

ການພັດທະນາວິທະຍາສາດ, ເຕັກໂນລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ກຳນົດວ່າ ບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຕົ້ນຕໍເພື່ອນຳ ຫວຽດນາມ ບືນຕົວຂຶ້ນກ້າວເຂົ້າສູ່ສັງກາດໃໝ່. ມະຕິເລກທີ 57 ຂອງກົມການເມືອງ (ເດືອນທັນວາ 2024), ກອງປະຊຸມທົ່ວປະເທດກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ (ວັນທີ 13 ມັງກອນ), ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງວິທະຍາສາດ, ເຕັກໂນໂລຢີ ທີ່ມີຕໍ່ການພັດທະນາຂອງ ຫວຽດນາມ.

Top