• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຕີ​ລາ​ຄາ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ ຫວຽດ​ນາມ ໃນ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ທ່ານຮອງເລຂາທິການໃຫຍ່ ສປຊ Jean – Pierre Lacroix ຕີລາຄາສູງກຳລັງຄວາມສາມາດຂອງ ຫວຽດນາມ ໃນການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ.
 

ຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ)

ທ່ານຮອງເລຂາທິການໃຫຍ່ ສປຊ Jean – Pierre Lacroix ຕີລາຄາສູງກຳລັງຄວາມສາມາດຂອງ ຫວຽດນາມ ໃນການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ເມື່ອຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້. ໃນນັ້ນ ພົ້ນເດັ່ນຂຶ້ນແມ່ນເລື່ອງ ຫວຽດນາມ ໄດ້ເຂົ້າຮ່ວມການສ້າງໂຮງໝໍກາງສະໜາມຂັ້ນ 2 ຢູ່ ຊູດັງໃຕ້. ຕາມທ່ານ Jean – Pierre Lacroix ແລ້ວ, ຍ້ອນມີໂຮງໝໍກາງສະໜາມແນວນັ້ນ ຈຶ່ງຊ່ວຍໃຫ້ພົນທະຫານຮັກສາສັນຕິພາບ ສາມາດອຸ່ນອ່ຽນໃຈປະຕິບັດໜ້າທີ່.

        ທ່ານຮອງເລຂາທິການໃຫຍ່ ສປຊ Jean – Pierre Lacroix ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສປຊ ຈະຮ່ວມມືກັບ ຫວຽດນາມ ເພື່ອແຕ່ງຕັ້ງກົມກອງທະຫານຊ່າງແສງເລກ 1 ໄປເຂົ້າຮ່ວມຄະນະຮັກສາສັນຕິພາບ ສປຊ ຢູ່ເຂດ Abyei – ເຊິ່ງເປັນເຂດທີ່ມີການຂັດແຍ້ງລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ຄະນະ UNISFA). ທ່ານ Jean – Pierre Lacroix ເຊື່ອໝັ້ນວ່າ ຫວຽດນາມ ຈະຕອບສະໜອງບັນດາຄາດໝາຍບຸລິມະສິດ ເຊິ່ງ ສປຊ ຮຽກຮ້ອງ ສຳລັບກຳລັງເຂົ້າຮ່ວມການຮັກສາສັນຕິພາບ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ນາຍົກລັດຖະມົນຕີ ໄທ ຢືນຢັນຄຳໝັ້ນສັນຍາຮັກສາສັນຕິພາບ ແລະ ເຈລະຈາກັບ ກຳປູເຈຍ

ວັນທີ 16 ມິຖຸນາ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ໄດ້ຢັ້ງຢືນຄືນ ການເຈລະຈາສອງຝ່າຍ ແມ່ນຊ່ອງທາງທີ່ເໝາະສົມເພື່ອແກ້ໄຂຄວາມເຄັ່ງຕຶງຢູ່ ເຂດຊາຍແດນ ໄທ - ກຳປູເຈຍ.

Top