• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຊຸກ​ຍູ້​ການ​ສັກ​​ວັກ​ຊິນ​ກັນ​ໂຄວິດ 19 ທີ່​ມີ​ຄວາມ​ສະ​ເໝີ​ພາບ​ໃນ​ທົ່ວ​ໂລກ

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ຖ້າຫາກວ່າບັນດາປະເທດບໍ່ພ້ອມກັນລົບລ້າງສະພາບຂາດຄວາມສະເໝີພາບໃນການສັກວັກຊິນກັນໂຄວິດ 19, ຜົນເສຍຫາຍຈະແມ່ນຊີວິດອິນຊີຂອງມະນຸດ ແລະ ບັນດາພື້ນຖານເສດຖະກິດຈະຖືກຊຸດໂຊມ....

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ຖ້າຫາກວ່າບັນດາປະເທດບໍ່ພ້ອມກັນລົບລ້າງສະພາບຂາດຄວາມສະເໝີພາບໃນການສັກວັກຊິນກັນໂຄວິດ 19, ຜົນເສຍຫາຍຈະແມ່ນຊີວິດອິນຊີຂອງມະນຸດ ແລະ ບັນດາພື້ນຖານເສດຖະກິດຈະຖືກຊຸດໂຊມ....

    

 

ວາລະປະຊຸມຄັ້ງໜຶ່ງຂອງ ສະມັດຊາໃຫ່ຍ ສປຊ (ພາບ: AFP/TTXVN)

ວັນທີ 25 ກຸມພາ, ສະມັດຊາໃຫ່ຍ ສປຊ ໄດ້ຈັດວາລະປຶກສາຫາລືຂັ້ນສູງຕາມຮູບແບບທາງໄກ ສົມທົບກັບໂດຍກົງ ເພື່ອແນໃສ່ຊຸກຍູ້ລະດັບຄວາມໄວ ໃນການສັກວັກຊິນກັນໂຄວິດ 19 ໃນທົ່ວໂລກຢ່າງສະເໝີພາບ.

   ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ Abdulla Shahid ປະທານກອງປະຊຸມ ສະມັດຊາໃຫ່ຍ ສປຊ ຊຸດທີ 76 ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າ ປຊຊ ໃນໂລກໄດ້ສັກວັກຊິນກ່ວາ 10 ຕື້ໂດສ ແລ້ວກໍ່ຕາມ ແຕ່ປະຈຸບັນ, ຍັງມີ ປຊຊ ບັນດາປະເທດ ອາຟຼິກກາ ເຖິງ 83% ຍັງບໍ່ທັນໄດ້ສັກວັກຊິນເຂັມທຳອິດເທື່ອ.

   ກ່າວຄຳເຫັນແບບທາງໄກທີ່ກອງປະຊຸມ, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ຖ້າຫາກວ່າບັນດາປະເທດບໍ່ພ້ອມກັນລົບລ້າງສະພາບຂາດຄວາມສະເໝີພາບໃນການສັກວັກຊິນກັນໂຄວິດ 19, ຜົນເສຍຫາຍຈະແມ່ນຊີວິດອິນຊີຂອງມະນຸດ ແລະ ບັນດາພື້ນຖານເສດຖະກິດຈະຖືກຊຸດໂຊມ ແລະ ບັນດາເຊື້ອໄວຣັດສາຍພັນໃໝ່ຍັງຈະສືບຕໍ່ແຜ່ລະບາດ.

    ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 26 ກຸມພາ, ຕາມເວລາ UTC, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 433,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 6 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ ແມ່ນບັນດາປະເທດຖືກຜົນສະທ້ອນໜັກໜ່ວງກ່ວາໝູ່ຍ້ອນໂລກລະບາດໂຄວິດ 19.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ວັນທີ 26 ກຸມພາ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 77.982 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 20.427 ຄົນ, ຜູ້ເສຍຊີວິດ 88 ຄົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top