• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ເຂດ​ເສດ​ຖະ​ກິດ CLMV ພັດ​ທະ​ນາ ແລ​ະ ແກ້ງ​ແຍ້ງ​ ​ຮອດ​ປີ 2030

ຕອນເຊົ້າວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ກອງປະຊຸມ ເຈົ້າໜ້າທີ່ເສດຖະກິດຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM ) ຄັ້ງທີ 18 ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ກອງປະຊຸມ ເຈົ້າໜ້າທີ່ເສດຖະກິດຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM ) ຄັ້ງທີ 18 (ພາບ: Baoquocte.com)

ນີ້ແມ່ນກອງປະຊຸມທີ່ສຳຄັນຂອງກົນໄກຮ່ວມມືເສດຖະກິດ CLMV ໃນຂອບເຂດບັນດາກອງປະຊຸມທີ່ນອນຢູ່ໃນຂອບເຂດຊ່ອງທາງຮ່ວມມືເສດຖະກິດ ອາຊຽນ 2020. ກອງປະຊຸມ SEOM CLMV 18 ໄດ້ສຸມໃສ່ເຂົ້າ ບັນດາບັນຫາຕົ້ນຕໍລວມມີ: ການແລກປ່ຽນຄຳເຫັນກ່ຽວກັບແຜນການຜັນຂະຫຍາຍໝາກຜົນຂອງ ກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 11 ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ກັນຍາ ຢູ່ ບາງກອກ, ປະເທດໄທ, ກວດກາຄືນສະພາບການປະຕິບັດແຜນການດຳເນີນງານ CLMV 2019 – 2020, ປຶກສາຫາລືບັນດາບາດກ້າວ ແລະ ປະຕິບັດລະບຽບການທີ່ຈຳເປັນໃຫ້ແກ່ເລື່ອງຍືນສະເໜີຕໍ່ກອງປະຊຸມຂັ້ນສູງ CLMV ເພື່ອຮັບຮອງເອົາເອກະສານ “ຂອບເຂດການພັດທະນາ CLMV” ເຊິ່ງ ບັນດາທ່ານລັດຖະມົນຕີ ເສດຖະກິດ CLMV ໄດ້ເຫັນດີເປັນເອກະພາບ ໃນເດືອນ ກັນຍາ 2019. ຄຽງຄູ່ກັນນັ້ນ, ກອງປະຊຸມກໍ່ໄດ້ແລກປ່ຽນກັບ ຄະນະເລຂາ ອາຊຽນ ກ່ຽວກັບສະພາບການຜັນຂະຫຍາຍແຜນການທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມເຊື່ອມໂຍງ ອາຊຽນ (IAI) ໄລຍະ III ແລະ ບາງບັນຫາທີ່ກ່ຽວຂ້ອງ…
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top