• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ເກິ​ນ​ເທີ ກາຍ​ເປັນ​ນະ​ຄອນ​ທັນ​ສະ​ໄໝ, ເຕັມ​ໄປ​ດ້ວຍ​ສີ​ສັນ ເຂດ​ທົ່ງ​ພຽງ​ແມ່​ນຳ​ຂອງ​ທາງ​ພາກ​ໃຕ້​ ຫວຽດ​ນາມ

ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງນະຄອນ ເກິ່ນເທີ ກາຍເປັນນະຄອນຂຶ້ນກັບສູນກາງ “1/1/2004 – 1/1/2024” ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 31 ທັນວາ ຢູ່ນະຄອນ ເກິ່ນເທີ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນເກິ່ນເທີ.

ໃນໄລຍະ 20 ປີແຫ່ງການສ້າງສາ ແລະ ພັດທະນາ, ນະຄອນ ເກິ່ນເທີ ໄດ້ສ້າງຂີດໝາຍ, ຄວາມປະທັບໃຈທີ່ດີ, ຖານະບົດບາດ, ກຳລັງແຮງດ້ານເສດຖະກິດຂອງ ນະຄອນທີ່ມີການຫັນປ່ຽນຫຼາຍພໍສົມຄວນໃນຫຼາຍຂົງເຂດ, ຄ່ອຍໆຢັ້ງຢືນບົດບາດເປັນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຂອບເຂດພື້ນຖານເສດຖະກິດ ສືບຕໍ່ໄດ້ຮັບການເປີດກວ້າງ, ທຸກໆປີ ໄດ້ປະກອບສວ່ນປະມານ 1,2% GDP ທົ່ວປະເທດ ແລະ ປະມານ 9,5% GRDP ຂອງເຂດ. ທ່ານໃຫ້ຮູ້ວ່າ:

ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນນະຄອນເກິ່ນເທີ ແຕ່ລະຄົນ ຕ້ອງມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດ, ທີ່ຕັ້ງ, ລະດັບຄວາມສຳຄັນຂອງເກີນເທີ ໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ປະເທດຊາດ. ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງສູນກາງ ຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ຢ່າງມີປະສິດທິຜົນ, ເປັນຕົ້ນ ມະຕິຂອງກົມການເມືອງ ຊຸດທີ XII ກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນເກິ່ນເທີ ຮອດປີ 2030, ວິໄສທັດຮອດປີ 2045, ມະຕິກອງປະຊຸມໃຫຍ່ຄະນະພັກນະຄອນຄັ້ງທີ XIV...

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top