• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຮ່າ​ໂນ້ຍ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ກາຍ​ເປັນ​ສະ​ຖານ​ທີ່​ມີຄວາ​ມ​ສະ​ຫງົບ, ປອດ​ໄພ​ຂອງ​ໂລກ

ສຳລັບນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ພ້ອມກັບເປົ້າໝາຍພັດທະນາໂດຍໄວ, ຍືນຍົງ, ນະຄອນຕ້ອງເອົາໃຈໃສ່ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງນະຄອນແຫ່ງອະລິຍະທຳນັບພັນປີ, ສ້າງຊາວຮ່າໂນ້ຍສຸພາບ, ສີວິໄລ, ທັນສະໄໝ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 21 ສິງຫາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກລະຫວ່າງກົມການເມືອງ ກັບ ຄະນະປະຈຳອົງຄະນະພັກນະຄອນ ຮ່າໂນ້ຍ ແລະ ຄະນະປະຈຳອົງຄະນະພັກນະຄອນ ໂຮ່ຈີມິນ ເພື່ອປະກອບຄຳເຫັນໃສ່ຮ່າງເອກະສານ ແລະ ແຜນຮ່າງບຸກຄະລາກອນຂັ້ນຄະນະພັກ ເພື່ອຍື່ນສະເໜີ ກອງປະຊຸມໃຫຍ່ຜູ້ແທນຄະນະພັກຂອງສອງທ້ອງຖິ່ນໃນອາຍຸການ 2025 – 2030.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກໃຫ້ເຫັນທິດທາງ, ໜ້າທີ່ໃນອາຍຸການ 2025 – 2030 ຂອງສອງນະຄອນ. ສຳລັບນະຄອນຫຼວງຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ປາດຖະໜາວ່າ ພ້ອມກັບເປົ້າໝາຍພັດທະນາໂດຍໄວ, ຍືນຍົງ, ນະຄອນຕ້ອງເອົາໃຈໃສ່ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ພົ້ນເດັ່ນຂອງນະຄອນແຫ່ງອະລິຍະທຳນັບພັນປີ, ສ້າງຊາວຮ່າໂນ້ຍສຸພາບ, ສີວິໄລ, ທັນສະໄໝ, ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ. ນະຄອນຮ່າໂນ້ຍ ຕ້ອງແມ່ນສູນການເມືອງ, ວັດທະນະທຳດີເດັ່ນຂອງທົ່ວປະເທດ, ສ້າງພາບພົດນະຄອນແຫ່ງສີຂຽວ - ອັດສະລິຍະ - ເປັນໜ້າດຳລົງຊີວິດ - ມີກຳລັງດຶງດູດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ສຳລັບນະຄອນໂຮ່ຈີມິນ, ຕ້ອງກຳນົດຮູບແບບການເຕີບໂຕໃໝ່ອີງຕາມວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພັດທະນາເສດຖະກິດພູມປັນຍາທີ່ມີມູນຄ່າເພີ່ມສູງເພື່ອກາຍເປັນຕົວເມືອງສີວິໄລ, ທັນສະໄໝ, ສູນພັດທະນານະວັດຕະກຳ, ມີຄວາມຂະຫຍັນຂັນເຄື່ອນ, ເຊື່ອມໂຍງ, ນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ສືບຕໍ່ເປັນແຂວງນຳໜ້າໃຫ້ດ້ານເສດຖະກິດທົ່ວປະເທດ, ມີທີ່ຕັ້ງພົ້ນເດັ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ, ມີຄວາມປອດໄພ ກາຍເປັນສະຖານທີ່ທີ່ມີຄວາມສະຫງົບ, ປອດໄພຂອງໂລກ.

(ແຫຼ່ງຄັດຈາກ VOV)

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top