ເພື່ອຮັບໃຊ້ຄວາມຕ້ອງການດ້ານການທ່ອງທ່ຽວ, ລົງພຶດຕິກຳຕົວຈິງຂອງແຂກທ່ອງທ່ຽວໃນໂອກາດວັນບຸນໃຫຍ່ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ, ພະແນກການທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບບັນດາຄະນະ, ຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວທ່ອງທ່ຽວທີ່ດຶງດູດໃຈ, ກຽມພ້ອມຕ້ອນແຂກທ່ອງທ່ຽວຈຳນວນຫຼາຍ.
ສູນວາງສະແດງ ຫວຽດນາມ ຈະດຳເນີນຫຼາຍການເຄື່ອນໄຫວໃນໂອກາດວັນທີຊາດ ຫວຽດນາມ
ທ່ານຜູ້ຟັງທີ່ເຄົາລົບ! ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວ 529 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ໄທ ແລະ ລາວ… ໃນນັ້ນ ມີທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ, ກິດຈະກຳສະແດງສິລະປະວັດທະນະທຳທີ່ໄດ້ດຳເນີນຢູ່ ຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກເຮົາຂໍຄັດສະເໜີຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ.
ທ່ານ Armando Francisco Higuera del Reyo ມາຈາກ ເມັກຊີໂກ ໄດ້ສະແດງຄວາມເຄົາລົບຕໍ່ບັນດາການເຄື່ອນໄຫວສະແດງສິລະປະທີ່ໄດ້ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ ຫວຽດນາມ. ທ່ານແບ່ງປັນວ່າ: ບັນດາການເຄື່ອນໄຫວສະແດງສິລະປະເຕັມໄປດ້ວຍຄວາມປະທັບໃຈ ເພື່ອສະເຫຼີມສະຫຼອງໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ, ພ້ອມທັງເລີ່ມດຳເນີນໂຄງການປະຊາຄົມທີ່ເຕັມໄປດ້ວຍຄວາມໝາຍຄື ການກໍ່ສ້າງຫໍສະໝຸດ 100ແຫ່ງ. ກ່ອນນີ້ 80 ປີ, ໄຊຊະນະການປະຕິວັດໄດ້ຈົດຈຳດ້ວຍການລຸກຮື້ຂຶ້ນທົ່ວປະເທດເດືອນສິງຫາ ປີ 1945, ເປີດເສັ້ນທາງຍາດເອົາເອກະລາດມາໃຫ້ປະເທດຊາດ.
ຈາກ ແອັດສະປາຍ, ທ່ານ Juan Diez ໄດ້ສົ່ງຄຳຊົມເຊີຍຕໍ່ບັນດາຜົນງານການເຕີບໂຕຂອງຂະແໜງອຸດສາຫະກຳ ຫວຽດນາມ, ພ້ອມທັງກ່າວວ່າ: ຫວຽດນາມ ກຳມະສິດພື້ນຖານກະສິກຳທີ່ດີເລີດ, ໂຄງການປູກຕົ້ນໄມ້ສ້າງປ່າທີ່ເຕັມໄປດ້ວຍແງ່ຫວັງພ້ອມກັບຄວາມອາດສາມາດໃນການຂຸດຄົ້ນທະເລ ແລະ ແຫຼ່ງປະໂຫຍດຈາກສິນໃນນ້ຳຫຼາຍພໍສົມຄວນ. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັ້ງຫວັງກາຍເປັນປະເທດທັນສະໄໝ, ກ້າວໜ້າ, ຫວຽດນາມ ໄດ້ຕັດສິນໃຈຊຸກຍູ້ການຜະລິດອຸດສາຫະກຳຄືນໃໝ່ຢູ່ 34 ແຂວງ, ນະຄອນ. ໂດຍແມ່ນປະເທດມີປະຊາກອນເປັນຈຳນວນຫຼາຍ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງຄືກັບຫຼາຍປະເທດຢູ່ອາຊີ. ໄປຄຽງຄູ່ກັບວິວັດການຫັນເປັນອຸດສາຫະກຳ ແລະ ເປີດກວ້າງບັນດາຕົວເມືອງໃຫຍ່, ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ເຖິງການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ໄດ້ວາງແຜນຜັງຍຸດທະສາດພັດທະນາແບບຍືນຍົງຢ່າງມີແບບມີແຜນທີ່ສຸດ.
ຈົດໝາຍຂອງເພື່ອນ ດາວຄຳ, ມາຈາກແຂວງ ຊຽງຂວາງ ໄດ້ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນປະເສີດໄປຍັງປະເທດ ຫວຽດນາມ ທີ່ອົງອາດກ້າຫານ ແລະ ສວຍງາມ. ຂໍອວຍພອນໃຫ້ ຫວຽດນາມ ນັບມື້ນັບພັດທະນາ, ວັດທະນາຖາວອນ, ເນື່ອງໃນໂອກາດນີ້ ຂ້າພະເຈົ້າກໍ່ຢາກຮູ້ບັນດາການເຄື່ອນໄຫວລະຫຼິ້ນບັນເທິງ, ວັດທະນະທຳສິລະປະ ທີ່ໄດ້ດຳເນີນໃນໂອກາດນີ້ຢູ່ ຮ່າໂນ້ຍ”.
ເພື່ອນ ດາວຄຳ ທີ່ຮັກແພງ! ເພື່ອຮັບໃຊ້ຄວາມຕ້ອງການດ້ານການທ່ອງທ່ຽວ, ລົງພຶດຕິກຳຕົວຈິງຂອງແຂກທ່ອງທ່ຽວໃນໂອກາດວັນບຸນໃຫຍ່ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ, ພະແນກການທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບບັນດາຄະນະ, ຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວທ່ອງທ່ຽວທີ່ດຶງດູດໃຈ, ກຽມພ້ອມຕ້ອນແຂກທ່ອງທ່ຽວຈຳນວນຫຼາຍ.
ລະອຽດແມ່ນ, ງານວາງສະແດງທີ່ມີຫົວຂໍ້ “ປາກກາປາຍແຫຼມ, ນ້ຳໃຈຈົງຮັກພັກດີ” ຢູ່ຄຸກ ຮວາຫຼໍ່, ບັນດາການເຄື່ອນໄຫວວາງສະແດງ, ງານວາງສະແດງຢູ່ຫໍພິພິທະພັນ ໂຮ່ຈີມິນ: ງານວາງສະແດງທີ່ມີຫົວຂໍ້ “80 ປີແຫ່ງວັນຕຳຫຼວດປະຊາຊົນ” ຈົດຈຳຄຳສັ່ງສອນຂອງລຸງໂຮ່, ງານວາງສະແດງດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນເອກະລາດ” ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ຢູ່ເຂດມໍລະດົກພາລະຊາວັງ ທັງລອງ ໄດ້ຈັດບັນດາການເຄື່ອນໄຫວວາງສະແດງຄື: ເຮືອນ ແລະ ອຸມົງ D67 - ການເດີນທາງໄປສູ່ວັນໄຊຊະນະສົມບູນ (ເລີ່ມແຕ່ວັນທີ 19 ສິງຫາ 2025), ອຸມົງ ກົດລັບ - ກົມໃຫຍ່ເສນາທິການ (ເລີ່ມແຕ່ວັນທີ 19 ສິງຫາ 2025), ເສົາທຸງ ຮ່າໂນ້ຍ - ປະເທດຊາດ ແລະ ຄວາມຕັ້ງຫວັງແຫ່ງສັນຕິພາບ (ເລີ່ມແຕ່ວັນທີ 1 ກັນຍາ 2025), ງານວາງສະແດງ “ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ” ຢູ່ຫໍຫໍພິພິທະພັນປະຫວັດສາດ ຫວຽດນາມ (ເລີ່ມແຕ່ວັນທີ 22 ສິງຫາ 2025)…ພ້ອມກັນນັ້ນ, ບັນດາເຂດ, ສະຖານທີ່ທ່ອງທ່ຽວໃນບໍລິເວນນະຄອນ ຮ່າໂນ້ຍ ກໍ່ຍັງໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ພົ້ນເດັ່ນ ເພື່ອດຶງດູດແຂກທ່ອງທ່ຽວ. ລະອຽດແມ່ນ ລາຍການສະແດງສິລະປະພິເສດ ຮ່າໂນ້ຍ - ຈາກລະດູໃບໄມ້ຫຼົ່ນ ປີ 1945” ຢູ່ສະໜາມຫຼວງ ການປະຕິວັດເດືອນ ສິງຫາ… ນອກຈາກນັ້ນ, ໃນລະຫວ່າງວັນທີ 16 – 17 ສິງຫາ 2025, ຢູ່ເຂດລະຫຼິ້ນບັນເທິງ ຕວນເຈົາ - ຮ່າໂນ້ຍ ກໍ່ໄດ້ດຳເນີນລາຍການສະແດງສິລະປະພິເສດ “ຄວາມຊົງຈຳແດງ - ເດືອນສິງຫາ ແຫ່ງປະຫວັດສາດ”; ລາຍການສະແດງສິລະປະດ້ວຍຫົວຂໍ້ “80 ປີ - ຄວາມເອກອ້າງທະນົງໃຈ ຫວຽດນາມ” ຢູ່ສະໜາມຫຼວງ ດົງກິງເຫງ້ຍຖຸກ (ເລີ່ມແຕ່ວັນທີ 30 ສິງຫາ ຫາວັນທີ 2 ກັນຍາ 2025).
ທ່ານຜູ້ຟັງທີ່ເຄົາລົບ! ພາຍຫຼັງກວ່າ 03 ເດືອນທີ່ຈັດຂຶ້ນ (ນັບແຕ່ວັນທີ 10 ມີນາ ຫາວັນທີ 30 ມິຖຸນາ 2025), ການເສັງເພື່ອນຮູ້ຫຍັງແດກ່ຽວກັບ ຫວຽດນາມ 2025 ໄດ້ຮັບການຕອບສະໜອງ ແລະ ເຂົ້າຮ່ວມຂອງທ່ານຜູ້ຟັງເປັນຈຳນວນຫຼາຍທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ. ລາຍການພາສາລາວ ໄດ້ຮັບບົດສົ່ງເຂົ້າຮ່ວມການເສັງທັງໝົດ 15 ບົດ, ບັນດາບົດເຂົ້າການເສັງລ້ວນແຕ່ມີຄຳຕອບທີ່ຕິດແທດກັບຄຳຖາມ, ມີບົດໜຶ່ງໄດ້ຂຽນດ້ວຍພາສາ ຫວຽດນາມ ແລະ ມີບົດຂຽນດ້ວຍພາສາລາວບົດໜຶ່ງ ໄດ້ຂຽນດ້ວຍລາຍມື.
ພາຍຫຼັງການກວດຮອບຄັດເລືອກ ແລະ ຮອບສຸດທ້າຍ, ຄະນະກຳມະການໄດ້ເລືອກເອົາບັນດາບົດເສັງທີ່ມີຄຸນນະພາບດີທີ່ສຸດເພື່ອມອບລາງວັນ. ໃນນັ້ນມີ 3 ຄົນຄ້ວາໄດ້ ລາງວັນທີໜຶ່ງແມ່ນ ທ່ານ Rudy Hartono, ສັນຊາດ ອິນໂດເນເຊຍ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ, ທ່ານ Vicentiu Daniel Gheorghe ສັນຊາດ ຣູມານີ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ, ທ່ານ Oikawa Kazuaki ສັນຊາດ ຍີ່ປຸ່ນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຍີ່ປຸ່ນ. ນອກຈາກນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ກໍ່ຂໍສະແດງຄວາມດີໃຈນຳທ່ານ ເພັດສະຫວັນ ສີຊານົນ ທີ່ຄ້ວາໄດ້ລາງວັນຊົມເຊີຍໃນການເສັງຄັ້ງນີ້. ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ບັນດາຜູ້ຟັງທີ່ຄ້ວາໄດ້ລາງວັນໃນການເສັງຄັ້ງນີ້ດ້ວຍ, ສ່ວນຂໍ້ມູນກ່ຽວກັບພິທີມອບລາງວັນ ຈະໄດ້ປະກາດໃນໄວໆນີ້.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ
laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍໍໍຂອບໃຈ!