• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ສູນ​ຂໍ້​ມູນ​ແຫ່ງ​ຊາດ ກາຍ​ເປັນ​ຫົວ​ໃຈ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ຂໍ້​ມູນ, ສັງ​ຄົມ​ຂໍ້​ມູນ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນຂໍ້ມູນແຫ່ງຊາດເລກ 1. ສູນແມ່ນສະຖານທີ່ສະສົມຂໍ້ມູນ ຈາກບັນດາຖານຂໍ້ມູນແຫ່ງຊາດ, ກາຍເປັນສະຖານທີ່ເຕົ້າໂຮມ, ຄົບຊຸດ, ເກັບຮັກສາ, ແບ່ງປັນ, ປະສານງານ ແລະ ວິໄຈຂໍ້ມູນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງສູນຂໍ້ມູນແຫ່ງຊາດ ຊາບຊືມ, ຜັນຂະຫຍາຍປະຕິບັດ 5 ການກຳນົດທິດໃຫຍ່, ໃນນັ້ນຕ້ອງສຸມໃສ່ສ້າງສູນຂໍ້ມູນແຫ່ງຊາດ ກາຍເປັນຫົວໃຈຂອງພື້ນຖານເສດຖະກິດຂໍ້ມູນ, ສັງຄົມຂໍ້ມູນຢ່າງແທ້ຈິງ, ແມ່ນສະໝອງຮັບໃຊ້ວຽກງານຊີ້ນຳ, ນຳພາ, ບໍລິຫານຂອງພັກ, ລັດ ແລະ ການເຄື່ອນໄຫວຂອງທົ່ວສັງຄົມຢ່າງມີປະສິດທິຜົນ. ທ່ານໃຫ້ຮູ້ວ່າ:

ຍູ້ແຮງວຽກງານສ້າງ, ເຊື່ອມຕໍ່ຂໍ້ມູນ, ເຮັດໃຫ້ສະອາດ, ຄຸ້ມຄອງຂໍ້ມູນ ແລະ ຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າຂອງຂໍ້ມູນ. ຕ້ອງສ້າງຮາກຖານຂໍ້ມູນສັງລວມແຫ່ງຊາດ ໃນໄຕມາດທີ I/2026 ເຊື່ອມຕໍ່ກັບບັນດາສາງຂໍ້ມູນທີ່ກ່ຽວຂ້ອງ. ຮັບປະກັນທຸກຂໍ້ມູນໄດ້ສະສົມປະຕິບັດຕາມຫຼັກການ “ຖືກຕ້ອງ, ຄົບຖ້ວນ, ສະອາດ, ມີຊີວິດ, ເປັນເອກະພາບ, ເຊື່ອມຕໍ່ ແລະ ນຳໃຊ້ລວມ”, ແກ້ໄຂສະພາບການກະແຈກກະຈາຍ, ຄອບງຳຂໍ້ມູນ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top