ວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 5, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນຕໍ່ການອະພິບາຍ, ຮັບເອົາຄຳເຫັນ, ສືບຕໍ່ດັດປັບຮ່າງກົດໝາຍສະບັບປັບປຸງ, ເພີ່ມບາງມາດຕາຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ ຫວຽດນາມ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ ແລະ ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊືື່ອ.
ທີ່ວາລະປະຊຸມ, ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີບບາງມາດຕາຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ ຫວຽດນາມ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ ແລະ ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງ ສິນເຊືື່ອ, ທ່ານນາງ ຫງວຽນທິຮົ່ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຮ່າງກົດໝາຍໄດ້ມີເງື່ອນໄຂຢ່າງຄົບຖ້ວນໂດຍພື້ນຖານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ລົງປະຊາມະຕິຮັບຮອງເອົາ, ຖັດຈາກນັ້ນກໍ່ສືບຕໍ່ສ້າງໃຫ້ສົມບູນແບບຕາມຄຳເຫັນຢູ່ກອງປະຊຸມ. ກ່ຽວກັບບັນດາເນື້ອໃນຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ ຫວຽດນາມ ທີ່ໄດ້ປັບປຸງ, ເພີ່ມເຕີມ, ທ່ານນາງ ຫງວຽນທິຮົ່ງ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າຕື່ມອີກວ່າ:
ສຳລັບບັນດາເນື້ອໃນຂອງ ຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ ຫວຽດນາມ ທີ່ໄດ້ປັບປຸງ, ເພີ່ມເຕີມ, ກ່ຽວກັບກົນໄກການເງິນ ຂອງທະນາຄານແຫ່ງລັດ ສືບຕໍ່ສຳຫຼວດກວດຄືນຫຼັກການແກ້ໄຂການຜິດດ່ຽງລະຫວ່າງລາຍຮັບ - ລາຍຈ່າຍ, ຮັບປະກັນລັກສະນະພິເສດສະເພາະຂອງທະນາຄານສູນກາງ, ເໝາະສົມກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ທີ່ປະກາດໃຊ້ໃນປັດຈຸບັນ ແລະ ການກຳນົດທິດທາງກົດໝາຍວ່າດ້ວຍງົບປະມານທີ່ໂຮມເຂົ້າກັນ. ສຳຫຼວດກວດຄືນຂໍ້ກຳນົດຢ່າງແໜ້ນແຟ້ນ, ຕ້ອງມີຄາດໝາຍຢ່າງຈະແຈ້ງ, ກົດໄກຄວບຄຸມຄວາມສ່ຽງທີ່ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດສັງຄົມແຕ່ບໍ່ກໍ່ຜົນສະທ້ອນຕໍ່ຄວາມປອດໄພໃນການເຄື່ອນໄຫວຂອງອົງການສິນເຊື່ອ ແລະ ລະບົບທະນາຄານ.






