• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກົນ​ໄກ​ພິ​ເສດ​ໃຫ້​ແກ່​ບັນ​ດາ​​ໂຄງ​ການ​ຮັບ​ໃຊ້​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ APEC 2027

ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຊີ້ແຈ້ງວ່າ ກອງປະຊຸມ APEC 2027 ແມ່ນໜ້າທີ່ທາງການຕ່າງປະເທດທີ່ສຳຄັນພິເສດຂອງພັກ, ລັດ ໂດຍຢັ້ງຢືນ ຖານະບົດບາດຂອງ ຫວຽດນາມບົນເວທີສາກົນ,
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 4 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ແຂວງ ອານຢາງ ກ່ຽວກັບບັນດາໂຄງການຮັບໃຊ້ການຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - APEC 2027 ຢູ່ນະຄອນ ຝູກວັກ ແຂວງ ກຽນຢາງ.

ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຊີ້ແຈ້ງວ່າ ກອງປະຊຸມ APEC 2027 ແມ່ນໜ້າທີ່ທາງການຕ່າງປະເທດທີ່ສຳຄັນພິເສດຂອງພັກ, ລັດ ໂດຍຢັ້ງຢືນ ຖານະບົດບາດຂອງ ຫວຽດນາມບົນເວທີສາກົນ, ພ້ອມທັງຢັ້ງຢືນໝາກຜົນ40 ປີແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ສ້າງກຳລັງໜູນໃໝ່ ໃຫ້ແກ່ກຽນຢາງ. ຜ່ານກອງປະຊຸມ APEC 2027 ຈະແນະນຳກ່ຽວກັບກຽນຢາງ ແລະ ຊຸກຍູ້ຝູກວັກພັດທະນາໂດຍໄວ ແລະ ຍືນຍົງ.

ເນັ້ນໜັກເຖິງລັກສະນະຮີບດ່ວນ, ຈຳເປັນຕ້ອງຜັນຂະຫຍາຍ 29 ໂຄງການເພື່ອຮັບໃຊ້ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ເວລາບໍ່ມີຫຼາຍ, ປະມານ 20 ເດືອນ ທຸກໂຄງການຄືສະໜາມບິນ, ສູນກອງປະຊຸມ, ໂຄງການເຊື່ອມຕໍ່, ພື້ນຖານໂຄງລ່າງທີ່ກ່ຽວຂ້ອງເພື່ອຮັບໃຊ້ໃຫ້ແກ່ APEC ຕ້ອງປະຕິບັດສຳເລັດກ່ອນດຳເນີນກອງປະຊຸມປະມານ 2 – 3 ເດືອນເພື່ອເຄື່ອນໄຫວທົດລອງ.

(ແຫຼ່ງຄັດຈາກ VOV)

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ, ຈີນ ກະ​ກຽມ​ພົບ​ປະ​ກັນ​ເພື່ອ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ

ເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ແລະ ຈີນ ຈະພົບປະກັນໃນທ້າຍອາທິດນີ້ຢູ່ ສະວິດ ເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າລະຫວ່າງສອງປະເທດ.

Top