ຂ່າວສານ
ສ້າງກຳລັງປືນໃຫຍ່ - ລູກສອນໄຟໃຫ້ທັນສະໄໝ, ມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະພັກກອງບັນຊາການປຶນໃຫຍ່ - ລູກສອນໄຟ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ທະຫານປືນໃຫຍ່ - ລູກສອນໄຟ (29/6/1946 - 29/6/2026) ແລະ ຕ້ອນຮັບຫຼຽນໄຊ ປົກປັກຮັກສາປະເທດ ຊາດຊັ້ນໜຶ່ງ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ.
ກຳລັງທະຫານປຶນໃຫຍ່ລູກສອນໄຟໃນໄລຍະ 80 ປີຜ່ານມາໄດ້ປະກອບສ່ວນສ້າງຂຶ້ນບັນດາວິລະກຳທີ່ໃຫຍ່ຫຼວງ ຂອງຊາດ, ສຸດຍອດແມ່ນບັ້ນຮົບປະຫວັດສາດ ດຽນບຽນຝູ, ການບຸກໂຈມຕີທົ່ວປະເທດ ແລະ ລູກຮື້ຂຶ້ນຍາມລະດູບານໃໝ່ 1975. ໂດຍຕາງໜ້າການນຳພັກ, ລັດ ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງໃຫ້ແກ່ກຳລັງທະຫານປືນໃຫຍ່ - ລູກສອນໄຟ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງວ່າ:
“ສ້າງການຈັດຕັ້ງກຳລັງໃຫ້ສົມບູນແບບ, ຍົກສູງຄວາມສາມາດເປັນເສນາທິການຍຸດທະສາດ ແລະ ສ້າງທ່າຮົບປືນໃຫຍ່ - ລູກສອນໄຟບົນພື້ນຖານການປ້ອງກັນຊາດທົ່ວປວງຊົນ. ກະທັດລັດ ແມ່ນເພື່ອໃຫ້ມີຄວາມເຂັ້ມແຂງກວ່າ, ໄວກວ່າ, ຊັດເຈນກວ່າ, ມີປະສິດທິຜົນກວ່າ. ທັນສະໄໝບໍ່ພຽງແຕ່ແມ່ນມີອາວຸດໃໝ່ເທົ່ານັ້ນ ຫາກຍັງຕ້ອງມີຄົນທັນສະໄໝ, ອົງການທັນສະໄໝ, ການບັນຊາທັນສະໄໝ, ການຝືກແອັບທັນສະໄໝ, ພາລະກິການ - ເຕັກນິກທັນສະໄໝ, ວິທີການສູ້ຮົບທັນສະໄໝ.”






