ຂ່າວສານ

ສ້າງ​ກຳ​ລັງ​ປືນ​ໃຫຍ່ - ລູ​ກ​ສອນ​ໄຟ​ໃຫ້​ທັນ​ສະ​ໄໝ, ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່

ກຳ​ລັງ​ທະ​ຫານ​ປຶນ​ໃຫຍ່​ລູກ​ສອນ​ໄຟ​ໃນ​ໄລ​ຍະ 80 ປີ​ຜ່ານ​ມາ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຂຶ້ນ​ບັນ​ດາ​ວິລະ​ກຳ​ທີ່​ໃຫຍ່ຫຼວງ ຂອງ​ຊາດ, ສຸດຍອດ​ແມ່ນ​ບັ້ນ​ຮົບ​ປະ​ຫວັດ​ສາດ ດຽນ​ບຽນ​ຝູ, ການ​ບຸກ​ໂຈມ​ຕີ​ທົ່ວ​ປະ​ເທດ ແລະ ລູກ​ຮື້​ຂຶ້ນ​ຍາມ​ລະ​ດູ​ບານ​ໃໝ່ 1975.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມປະ​ດັ​ບ ຫຼຽນ​ໄຊ ປົກ​ປັກ​ຮັກ​ສາ​ປະ​ເທດ ຊາດ​ຊັ້ນ​ໜຶ່ງໃຫ້​ແກ່ ກອງ​ບັນ​ຊາ​ການ​ປຶນ​ໃຫຍ່ - ລູກ​ສອນ​ໄຟ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ (ພາບ:TTXVN)

ຕອນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ກອງ​ບັນ​ຊາ​ການ​ປຶນ​ໃຫຍ່ - ລູກ​ສອນ​ໄຟ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ ທະ​ຫານ​ປືນ​ໃຫຍ່ - ລູກ​ສອນ​ໄຟ (29/6/1946 - 29/6/2026) ແລະ ຕ້ອນ​ຮັບຫຼຽນ​ໄຊ ປົກ​ປັກ​ຮັກ​ສາ​ປະ​ເທດ ຊາດ​ຊັ້ນ​ໜຶ່ງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ເລ​ຂາ​ຄະ​ນະ​ພັກ​ກອງ​ທັບ​ສູນ​ກາງ, ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ.

ກຳ​ລັງ​ທະ​ຫານ​ປຶນ​ໃຫຍ່​ລູກ​ສອນ​ໄຟ​ໃນ​ໄລ​ຍະ 80 ປີ​ຜ່ານ​ມາ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຂຶ້ນ​ບັນ​ດາ​ວິລະ​ກຳ​ທີ່​ໃຫຍ່ຫຼວງ ຂອງ​ຊາດ, ສຸດຍອດ​ແມ່ນ​ບັ້ນ​ຮົບ​ປະ​ຫວັດ​ສາດ ດຽນ​ບຽນ​ຝູ, ການ​ບຸກ​ໂຈມ​ຕີ​ທົ່ວ​ປະ​ເທດ ແລະ ລູກ​ຮື້​ຂຶ້ນ​ຍາມ​ລະ​ດູ​ບານ​ໃໝ່ 1975. ໂດຍ​ຕາງ​ໜ້າ​ການ​ນຳ​ພັກ, ລັດ ມອບຫຼຽນ​ໄຊ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຊັ້ນ​ໜຶ່ງ​ໃຫ້​ແກ່​ກຳ​ລັງ​ທະ​ຫານ​ປືນ​ໃຫຍ່ - ລູກ​ສອນ​ໄຟ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງວ່າ:

“ສ້າງ​ການ​ຈັດ​ຕັ້ງ​ກຳ​ລັງ​ໃຫ້​ສົມ​ບ​ູນ​ແບບ, ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແລະ ສ້າງ​ທ່າ​ຮົບ​ປືນ​ໃຫຍ່ - ລູກ​ສອນ​ໄຟ​ບົນ​ພື້ນ​ຖານ​ການ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ. ກະ​ທັດ​ລັດ ແມ່ນເພື່ອ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງກວ່າ, ໄວ​ກວ່າ, ຊັດ​ເຈນກວ່າ, ມີ​ປະ​ສິດ​ທິ​ຜົນ​ກວ່າ. ທັນ​ສະ​ໄໝ​ບໍ່​ພຽງ​ແຕ່​ແມ່ນ​ມີ​ອາ​ວຸດ​ໃໝ່​ເທົ່າ​ນັ້ນ​ ຫາກ​ຍັງ​ຕ້ອງ​ມີ​ຄົນ​ທັນ​ສະ​ໄໝ, ອົງ​ການ​ທັນ​ສະ​ໄໝ, ການບັນ​ຊາ​ທັນ​ສະໄໝ, ການ​ຝືກ​ແອັບ​ທັນ​ສະໄໝ, ພາ​ລະ​ກິ​ການ - ເຕັກ​ນິກ​ທັນ​ສ​ະ​ໄໝ, ວິ​ທີ​ການ​ສູ້​ຮົບ​ທັນ​ສະ​ໄໝ.”


top