• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງໂຄງປະກອບເສດຖະກິດ ຫວຽດນາມ ໃນສະພາບ 4.0: ບຸລິມະສິດຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານເສດຖະກິດ ຖືວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃຫຍ່ເພື່ອໄດ້ຮັບຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ

ກອງປະຊຸມສຳມະນາວິທະຍາສາດສາກົນຈັດຕັ້ງໃນວັນທີ 22 ພະຈິກ
 

ຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ສູນຂໍ້ມູນຂ່າວສານ ແລະ ຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ບາງການກຳນົດທິດສ້າງໂຄງປະກອບເສດຖະກິດ ຫວຽດນາມ ຄືນໃໝ່ໃນສະພາບການປະຕິວັດ ອຸດສາຫະກຳ 4.0”, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານດ້ານເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານເສດຖະກິດ ຖືວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃຫຍ່ເພື່ອໄດ້ຮັບຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ. ທ່ານ ເລືອງວັນຄອຍ, ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເນັ້ນໜັກວ່າ: ຄວນຍູ້ແຮງການໂຄສະນາກ່ຽວກັບທາດແທ້, ທ່າອ່ຽງຂອງການປະຕິວັດ 4.0 ເພື່ອໃຫ້ບັນດາວິສາຫະກິດມີສະຕິຄວາມຮູ້ຢ່າງລະອຽດ ແລະ ໝູນໃຊ້ເພື່ອຍົກສູງສະມັດຕະພາບການອອກແຮງງານ ແລະ ຄວາມສາມາດຄົງຕົວ. ກວດກາຄືນບັນດາເປົ້າໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເພື່ອປັບປຸງ, ໝູນໃຊ້ບັນດາກາລະໂອກາດ 4.0. ລັດຖະບານກໍ່ຄວນມີການເຄື່ອນໄຫວໜູນຊ່ວຍວິສາຫະກິດຫຼາຍກ່ວາອີກ, ຄືການໜູນຊ່ວຍບັນດາວິສາຫະກິດຂຶ້ນກັບຂະແໜງເຕັກໂນໂລຊີສູງ; ຕ້ອງມີບັນດາໂຄງການ, ນະໂຍບາຍລະອຽດ ໃຫ້ແກ່ການພັດທະນາແຕ່ລະຂະແໜງການ, ແຕ່ລະຂົງເຂດບົນພື້ນຖານທ່າແຮງການແກ່ງແຍ້ງ.

(ແຫຼ່ງຄັດຈາກ VOV)


ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ

ກອງປະຊຸມສຸດຍອດ CLV ຄັ້ງທີ 1 ຮັບຮອງເອົາຖະແຫຼງການຮ່ວມ

ຖະແຫຼງການຮ່ວມ ໂດຍປະທານສະພາແຫ່ງຊາດ 3 ທ່ານລົງນາມ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕື່ມ

Top